ສະພາປະຊາຊົນ ນວ ຮັບຮອງເອົາສະເໜີການໂຮມ ຫຍຸບເລີກ ແລະ ໂອນ 7 ຂະແໜງການ ອົງການປົກຄອງນະຄອນຫຼວງໄປຂຶ້ນກັບຂະແໜງກ່ຽວຂ້ອງ

ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຮັບຮອງເອົາວຽກງານປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງນະຄອນຫຼວງວຽງຈັນໂດຍສະເໜີການໂຮມ ຫຍຸບເລີກ ແລະ ໂອນ 7 ຂະແໜງການ ອົງການປົກຄອງນະຄອນຫຼວງວຽງຈັນຕາມມະຕິ ທັດສະນະຊີ້ນໍາ ແລະ ນິຕິກຳຂອງສູນກາງພັກ ແລະ ລັດຖະບານທີ່ໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງຈຳນວນໜຶ່ງຂອງລັດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຜ່ານໜັງສືສະເໜີຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ  ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງນະຄອນຫຼວງວຽງຈັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 11 ກໍລະກົດ 2025 ນີ້ວ່າ: ສະເໜີໂຮມພະແນກແຜນການ ແລະ ການລົງທຶນ (ໂດຍໂອນວຽກບໍລິຫານຈັດຕັ້ງ, ກວດກາ, ແຜນການ ປະເມີນຜົນຮ່ວມມື ສະຖິຕິ) ເຂົ້າກັບພະແນກການເງິນນະຄອນຫຼວງວຽງຈັນ ຊື່ໃໝ່ວ່າ ພະແນກການເງິນ ນະຄອນຫຼວງວຽງຈັນ, ສະເໜີໂຮມພະແນກພະລັງງານ ແລະບໍ່ແຮ່ ນະຄອນຫຼວງວຽງຈັນ ເຂົ້າກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ເຂົ້າກັນຊື່ໃໝ່ແມ່ນ ພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ສະເໜີໂຮມພະແນກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເຂົ້າກັນ ຊື່ໃໝ່ເອີ້ນວ່າ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສະເໜີ ໂອນວຽກຖະແຫຼງຂ່າວຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄປຂຶ້ນກັບຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ, ເມືອງ ແລະ ປ່ຽນຊື່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ສະເໜີໂອນວຽກສົ່ງເສີມການລົງທຶນ ແລະ ວຽກກວດກາການລົງທຶນຂອງພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເມືອງໄປເຂົ້າກັບ ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຊື່ໃໝ່ແມ່ນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ສະເໜີຮັບຮອງເອົາອົງການກາແດງ ນະຄອນຫຼວງວຽງຈັນ ເປັນກົງຈັກຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງດໍາລັດ ສະບັບເລກທີ 22/ນຍ ລົງວັນທີ 28 ມັງກອນ 2022 ສະເໜີຫຍຸບເລີກພະແນກພາຍໃນໂດຍຈັດສັນໂອນບັນດາໜ້າວຽກໄປຂຶ້ນກັບຄະນະຈັດຕັ້ງ, ຫ້ອງວ່າການ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະແນກການເງິນນະຄອນຫຼວງວຽງຈັນ ຈາກນັ້ນບັນດາສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ກໍໄດ້ເຫັນດີເປັນເອກະພາບຮັບຮອງເອົາການສະ ເໜີດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa