ສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ ຄົບຮອບ 50 ປີ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ສົມທົບກັບ ພະແນກຖະແຫຼ່ງຂ່າວ ແລະ ວັດທະນາທໍາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ ຄົບຮອບ 50 ປີ ຢູ່ທີ່ຫ້ອງປະຊຸມຂອງເມືອງສີສັດຕະນາກ ໃນວັນທີ 19 ກັນຍາ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ມີ ທ່ານ ປອ ພູທອນ ແກ້ວດວງມະນີ ກໍາມະການພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ 9 ເມືອງ, ປະທານຄະນະກໍາມະການປົກຄອງ 9 ເມືອງ, ຫົວໜ້າພະແນກການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

 

 

 

 

 

 

 

 

ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ທ່ານ ປອ ພູທອນ ແກ້ວດວງມະນີ ໄດ້ຂຶ້ນຜ່ານບົດລາຍງານ 50 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງການສ້າງຕັ້ງໜັງສືພິມວຽງຈັນໃໝ່. ກ່ອນໜ້ານີ້, 50 ປີ ຖືເປັນໜຶ່ງໃນໝາກຜົນແຫ່ງໄຊຊະນະອັນສົມບູນຂອງການປະຕິວັດລາວ ທີ່ມີການຕໍ່ສູ້ອັນລະອິດລະອ້ຽວ ຫຍຸ້ງຍາກສັບສົນ ແລະ ເຕັມໄປດ້ວຍການເສຍສະຫຼະບໍ່ຮູ້ວ່າເທົ່າໃດຂອງປະຊາຊົນບັນດາເຜົ່າ ເພື່ອປົດອອກຈາກແອກປົກຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ພັກປະຊາຊົນປະຕິວັດລາວ ຍາມໃດກໍໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມ ຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນ ເພື່ອເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍປະເທດຊາດຢ່າງພິລະອາດຫານ, ໃນນັ້ນ, ວຽກງານສື່ມວນຊົນກໍໄດ້ຕິດພັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການໂຄສະນາຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເປັນແຕ່ລະໄລຍະ ນັບທັງເຫດການສຳຄັນຕ່າງໆ.

ຕະຫຼອດໄລຍະ 50 ປີ ຜ່ານມາ ໜັງສືພິມວຽງຈັນໃໝ່ ໄດ້ສຸມທຸກສະຕິປັນຍາ ແລະ ຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກລຳບາກ ອຸປະສັກນາໆປະການ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນ ພາຍໃຕ້ການນຳພາ-ຊີ້ນຳ ແລະ ກໍ່ສ້າງບຳລຸງຂອງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ຢ່າງຮອບດ້ານ ອັນໄດ້ເຮັດໃຫ້ໜັງສືພິມວຽງຈັນໃໝ່ ນັບແຕ່ມື້ເລີ່ມຕົ້ນທີ່ຍັງອ່ອນນ້ອຍແຕ່ໜັກແໜ້ນ ໄດ້ເຕີບໃຫຍ່ເຂັ້ມແຂງໄປພ້ອມກັບຂະບວນການປະຕິວັດຊາດ ປະຊາທິປະໄຕ ກໍຄືໃນໄລຍະແຫ່ງດການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໃນໄລຍະແຫ່ງການປ່ຽນແປງໃໝ່ຮອບດ້ານ. ຕະຫຼອດໄລຍະທີ່ຜ່ານມາ ພະນັກງານນັກຮົບສື່ມວນຊົນຂອງໜັງສືພິມວຽງຈັນໃໝ່ ຍັງໄດ້ໃຊ້ປາຍປາກກາ ແລະ ກ້ອງຖ່າຍຮູບຂອງຕົນ ເພື່ອບັນທຶກເຫດການສຳຄັນໃນພາລະກິດແຫ່ງການເຄື່ອນໄຫວວຽກງານວິຊາສະເພາະ ເພື່ອໂຄສະນາ ແລະ ຕອບໂຕ້ກັບການໃສ່ຮ້າຍປ້າຍສີຂອງພວກກຸ່ມຄົນບໍ່ດີ ຫວັງທຳລາຍມ້າງເພການປະຕິວັດ ພາຍໃຕ້ການນຳພາ-ຊີ້ນໍາຂອງພັກ ເຮັດໃຫ້ຖານບົດບາດຂອງໜັງສືພິມວຽງຈັນໃໝ່ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ ແລະ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ.

ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງ ຕາມທີ່ຕັ້ງ ແລະ ພາລະບົດບາດຂອງໜັງສືພິມວຽງຈັນໂດຍຍືດໝັ້ນໃນການເປັນກະບອກສຽງໃຫ້ແກ່ພັກ-ລັດ ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຜົນສຳເລັດທຸກດ້ານຂອງລັດ, ທັງເປັນເວທີນຳເອົາຄຳຄິດເຫັນຂອງປະຊາຊົນ ທີ່ນຳສະເໜີຕໍ່ພັກ-ລັດ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃນແນວທາງການເມືອງຂອງພັກ,  ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນແຕ່ລະໄລຍະ ທັງພາຍໃນ ແລະ ຕ່າງປະເທດ ນຳເອົາເຫດການ, ຂໍ້ມູນຂ່າວສານຕ່າງໆ ທີ່ມີປະໂຫຍດຕໍ່ການພັດທະນາ ເພື່ອເຜີຍແຜ່ ແລະ ໄດ້ເຮັດໜ້າທີ່ນຳພາຫາງສຽງສັງຄົມໃນດ້ານຕ່າງໆ ຜ່ານທາງຜະລິດຕະພັນຂອງໜັງສືພິມວຽງຈັນໃໝ່ ເປັນຕົ້ນ: ໜັງສືພິມວຽງຈັນໃໝ່ລາຍວັນ, ໜັງສືພິມວຽງຈັນໃໝ່ອອນລາຍ, ເວັບໄຊ, ມີຫລາຍຮູບຫລາຍສີ ແລະ ວ່ອງໄວທັນສະໄໝຂຶ້ນກ່ວາເກົ່າ. ທັງໝົດນີ້ໄດ້ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເອກອ້າງທະນົງໃຈ ໃຫ້ແກ່ຊາວນະຄອນຫຼວງວຽງຈັນ, ໄດ້ຮັບຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄື ຄະນະພັກ-ຄະນະນຳຂອງອົງການປົກຄອງນະຄອນຫຼວງວຽງຈັນ.

ຕະຫຼອດໄລຍະ 50 ປີຜ່ານມາ ໜັງສືພິມວຽງຈັນໃໝ່ ຈຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດ ເປັນຫຼຽນໄຊ ແລະ ໃບຍ້ອງຍໍຕ່າງໆ ນັ້ນກໍເປັນເຄື່ອງໝາຍທີ່ບົ່ງບອກແລ້ວວ່າ: ໜັງສືພິີມວຽງຈັນໃໝ່ ສາມາດເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ໂດຍຄຽງບ່າຄຽງໄຫຼ່ກັບສື່ອື່ນໆ ຢ່າງສົມບູນແບບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa