ນວ ແລະ ນຄອນຫຼວງຮ່າໂນ້ຍສືບຕໍ່ເພີ່ມທະວີການຮ່ວມມື
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ນາງ ບີ່ງ ທິ ທູ ຮວ໋າຍ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານ ອານຸພາບ ຕຸນາລົມ ຄະນະເລ ຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະໄດ້ເດີນທາງໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາຫວຽດນາມ ຄົບຮອບ 80 ປີ ແລະ ສືບຕໍ່ຢ້ຽມຢາມເຮັດວຽກຢູ່ນະ ຄອນຫຼວງຮ່າໂນ້ຍໃນວັນທີ 1-4 ກັນຍາ 2025 ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດເວົ້າລວມ ເວົ້າສະເພາະລະຫວ່າງ ນວ ແລະ ນະຄອນຫຼວງຮ່າໂນ້ຍທີ່ມີມາຍາວນານແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງຂື້ນ.




ການສະເຫຼີມສະຫຼອງວັນສະຖາປະນາຫວຽດນາມຈັດຂຶ້ນຢ່າງຍິ່ງໃຫຍ່ທົ່ວປະເທດ ເຊິ່ງມີຄວາມໝາຍສຳຄັນເປັນການເສີມຂະຫຍາຍມູນເຊື້ອຮັກຊາດ ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມສາມັກຄີອັນຍິ່ງໃຫຍ່ຂອງທົ່ວປວງຊົນ ແລະ ໄດ້ສ້າງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາເພື່ອມຸ່ງໄປເຖິງສັນຕິພາບ ວັດທະນາຖາວອນ ແລະ ວັດທະນາຖາວອນຂອງຫວຽດນາມ ເຊິ່ງກ່ອນໜ້ານີ້ 80 ປີປະຊາຊົນຫວຽດນາມໄດ້ພ້ອມກັນລຸກຮື້ຂຶ້ນຍາດເອົາໄຊຊະນະອັນເປັນປະຫວັດສາດຂອງຊາດ ແລະ ປະກາດເອກະ ລາດ ໂດຍພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມທີ່ມີກຽດສະຫງ່າທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ແລະ ເຝິກຝົນຫຼໍ່ຫຼອມມານັ້ນ ທັງເປັນການໄຂສັງກາດໃໝ່ທີ່ປະຊາຊົນຫວຽດນາມໄດ້ກາຍເປັນເຈົ້າຂອງຊາຕາກຳ ແລະ ປະເທດຊາດຂອງຕົນຢ່າງແທ້ຈິງ.

ໂອກາດນີ້ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ທ່ານ ນາງ ບີ່ງ ທິ ທູ ຮວ໋າຍ ໄດ້ເນັ້ນວ່າ:ບົນພື້ນຖານການຮ່ວມມືອັນດີລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງປະເທດ ນະຄອນຫຼວງຮ່າໂນ້ຍຍາມໃດກໍ່ໃຫ້ບຸລິມະສິດສູງໃນການຊຸກຍູ້ການພົວພັນຮ່ວມມືກັບ ນວ ແລະ ໃນຕົວຈິງ ໄດ້ມີຫຼາຍໂຄງການຮ່ວມມືຢ່າງມີປະສິດທິຜົນນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ ປີ 2025 ແມ່ນປີທີ່ມີຄວາມໝາຍຄວາມສຳຄັນພິເສດຕໍ່ການພົວພັນຮ່ວມມືລະຫວ່າງ 2 ນະຄອນຫຼວງ ພ້ອມທັງແມ່ນໄລຍະສືບຕໍ່ປະຕິບັດບົດບັນທຶກຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ-ນວ ດ້ວຍຫຼາຍຮູບຫຼາຍແບບຢ່າງມີປະສິດທິຜົນສູງ ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດຂອງການຮ່ວມມືລະຫວ່າງ 2 ນະຄອນຫຼວງຢ່າງແທ້ຈິງ ນອກນີ້ສອງຝ່າຍຍັງໄດ້ລາຍງານສະພາບເສດຖະກິດຂອງຕົນໃຫ້ກັນ ແລະ ກັນຊາບຕື່ມອີກ.
