ນະຄອນຫຼວງວຽງຈັນ ທາບທາມບຸກຄະລາກອນ ຮອບທີ II

ນະຄອນຫຼວງວຽງຈັນ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານ ນະຄອນຫຼວງວຽງຈັນ ສະໄໝທີ VIII ຮອບທີ II  ຊຶ່ງໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2025 ພາຍໃຕ້ການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີຄະນະບໍລິຫານງານພັກ ນະຄອນ ຫຼວງວຽງຈັນ, ມີຜູ້ແທນສົມບູນ, ສໍາຮອງ ທີ່ໄດ້ຮັບການເລືອກຕັ້ງຈາກບັນດາຮາກຖານພັກ, ມີຄະນະປະຈໍາສະພາ, ປະທານກໍາມມາທິການ, ເລຂາທິການສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານພະແນກການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ, ມີຄະນະບໍລິຫານງານພັກເມືອງ, ມີຄະນະບໍລິຫານງານພັກກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ ແລະ ມີສະມາຊິກພັກສົມບູນທີ່ມີຕໍາແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ມີຄວາມສົມບູນຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa