
ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຂຶ້ນໃນວັນທີ 24 ທັນວາ 2025 ຢູ່ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການປະຈໍາພັກ ນະຄອນຫຼວງວຽງຈັນ, ເລຂາ-ຮອງເລຂາພັກເມືອງ 9 ເມືອງ, ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ 9 ເມືຶອງ, ເລຂາຄະນະພັກກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ເລຂາຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານພະແນກການ-ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.



ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າຄືນມູນເຊື້ອວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຫວນຄືນ 50 ປີກ່ອນໜ້ານີ້ ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ບໍ່ມີປະຊາທິປະໄຕ, ໃນປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພັກກອມມູນິດອິນດູຈີນ ມີການຂະຫຍາຍຕົວຢ່າງແຂງແຮງ ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈົນສາມາດຢຶດອຳນາດການປົກຄອງ ແລະ ປະກາດເອກະລາດ. ຜົນສຳເລັດທີ່ຍາດມາໄດ້ຕໍ່ເນື່ອງຕະຫຼອດໄລຍະ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃໝ່ໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ບົນເສັ້ນທາງປະຕິວັດອັນຍືດເຍື້ອຍາວນານ ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ, ເພີ່ນໄດ້ປະຕິບັດບົດບາດເປັນແກ່ນກາງສຳຄັນໃນການນຳພາສ້າງຕັ້ງກອງທັບປະຊາຊົນລາວ ແລະ ສ້າງຕັ້ງພັກປະຊາຊົນລາວ ໄດ້ນຳພາຂະບວນການຕໍ່ສູ້ກູ້ຊາດ ດ້ວຍຫລາຍຮູບການ, ວິທີການ ຕ້ານການຮຸກຮານຂອງຈັກກະພັດຝຮັ່ງ ແລະ ອາເມລິກາ, ຊີວິດ ແລະພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຍາມໃດກໍຕິດພັນສະໜິດແໜ້ນກັບໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການລຸກຮືຂຶ້ນຍຶດອຳນາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ການປະຕິບັດ 2 ໜ້າທີ່ຍຸດທະສາດ ມາເປັນເວລາ 50 ປີ ພັກເຮົາສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະ ໄດ້ສ້າງຄວາມສະຫວ່າງສະໄຫວ ໃຫ້ແກ່ປະຫວັດສາດອັນຮຸ່ງເຮື່ອງເຫຼືອງເຫຼື້ອມ ຂອງຊາດລາວເຮົາ, ຜົນສຳເລັດ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາແມ່ນໃຫຍ່ຫຼວງ ແລະ ບັນດາບົດຮຽນຖອດຖອນມາໄດ້ແມ່ນມີຄຸນຄ່າທີ່ສຸດ ເພື່ອສືບຕໍ່ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນຊຸ່ມປີຕໍ່ໜ້າ ແລະ ເຮັດໃຫ້ ສປປ ລາວ ສາມາດບັນລຸແຜນພັດທະນາແບບຍືນຍົງ ພວກເຮົາມີຄວາມຈຳເປັນຕ້ອງໄດ້ເສີມຂະຫຍາຍມູນເຊື້ອຂອງວັນຊາດທີ 2 ທັນວາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງຕະຫລອດໄປ.
ສຳລັບນະຄອນຫຼວງວຽງຈັນ ບົນເສັ້ນທາງກ້າວເດີນຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະຫຼອດ 50 ປີ ຜ່ານມາ ໂດຍສະເພາະຫຼັງຈາກມີແນວທາງປຽ່ນແປງໃໝ່ຂອງພັກ ໃນປີ 1986 ເປັນຕົ້ນມາ, ນະຄອນຫຼວງວຽງຈັນ ໄດ້ມີຜົນງານອັນໂດດເດັ່ນຮອບດ້ານ ສະແດງອອກດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ໃນນັ້ນເຫັນວ່າ:
ໜຶ່ງ: ຜົນງານອັນສໍາຄັນພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນຕະຫຼອດ 50 ປີ ຜ່ານມາ ນະຄອນ ຫຼວງພວກເຮົາໄດ້ປັບປຸງບູລະນະລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ໝາຍຄວາມວ່າໄດ້ມີການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນນະຄອນວຽງຈັນ, ມີອົງການປົກຄອງ, ສະພາເຂດ 1 ເຊິ່ງໃນນັ້ນແມ່ນ ມີອົງຄະນະພັກນະຄອນວຽງຈັນ ເປັນແກນນໍາ ແລະ ເປັນຜູ້ຈັດຕັ້ງນໍາພາຢ່າງຮອບດ້ານ. ເມື່ອທົບທວນຫວນຄືນປະຫວັດສາດ 50 ປີ ເຫັນວ່າ: ອົງຄະນະພັກນະຄອນວຽງຈັນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕັ້ງແຕ່ສະມາຊິກພັກ 300 ຄົນ, ຈົນຮອດ 26.206 ຄົນ ໃນປະຈຸບັນ ແລະ ໃນໄລຍະ 50 ປີ ອົງຄະນະພັກໄດ້ຈັດໃຫ້ມີກອງປະຊຸມໃຫຍ່ຂອງຕົນເຖິງ 8ຄັ້ງແລ້ວ, ແຕ່ລະສະໄໝໄດ້ມີພາລະກໍາປະຫວັດສາດ, ມີໜ້າທີ່ການເມືອງ ແລະ ມີອຸດົມການຄ້າຍຄືກັນນັ້ນແມ່ນ: ເປັນຜູ້ຈັດຕັ້ງນໍາພາພາລະກິດ “ປົກປັກຮັກສາ ແລະ ສ້າງສານະຄອນວຽງຈັນ ໃຫ້ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ເປັນສູນກາງພົວພັນຮ່ວມມືກັບສາກົນຂອງປະເທດ” ຕະຫຼອດມາ ແລະ ແຕ່ລະສະໄໝກໍ່ມີໜ້າທີ່ສະເພາະ ແລະ ມີແຜນວຽກແຕກຕ່າງກັນຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດທີ່ເປັນຈິງ ໃນສະໄໝນັ້ນໆ.
ການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ໄດ້ເພີ່ມຂຶ້ນໃນແຕ່ລະປີ. ໄດ້ກາຍເປັນແກນນໍາໃນການ ຈັດຕັ້ງນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສານະຄອນຫຼວງ ຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ. ອົງການປົກຄອງແຕ່ຂັ້ນນະຄອນລົງຮອດເມືອງ ແລະ ບ້ານ ໄດ້ຮັບການປັບປຸງຕາມທິດອົງການອໍານາດລັດມາຈາກປະຊາຊົນ, ເປັນຂອງປະຊາຊົນ, ເພື່ອປະຊາຊົນ ແລະ ແຜນນະໂຍບາຍ 3 ສ້າງ ຂອງກົມການ ເມືອງສູນກາງພັກ. ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ໄດ້ເພີ່ມທະວີບົດບາດການເຄື່ອນໄຫວຂອງຕົນດີຂຶ້ນກວ່າເກົ່າ.
ນະຄອນວຽງຈັນ ໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນລະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມນະໂຍບາຍ 3 ສ້າງ ດ້ວຍສອງຮູບການ ຄື: ລົງຮາກຖານກັບທີ່ ແລະ ຂະບວນການລວມຂອງນະຄອນຫຼວງວຽງຈັນ ຜ່ານການຈັດຕັ້ງປະຕິບັດ ສາມາດປະເມີນຜົນຕາມມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດຳລັດ 348/ລບ, ມີຄອບຄົວພົ້ນທຸກທັງໝົດ 155.493 ຄອບຄົວ ເທົ່າກັບ 99,43%; ແກ້ໄຂຄອບຄົວທຸກຍາກ ໄດ້ທັງໝົດ 1.129 ຄອບຄົວ ເທົ່າກັບ 55,67%, ຍັງເຫຼືອ 899 ຄອບຄົວ, ເທົ່າກັບ 0,57%; ສ້າງບ້ານພັດທະນາໄດ້ 379 ບ້ານ ເທົ່າກັບ 78,79%, ຍັງບໍ່ບັນລຸ 102 ບ້ານ ເທົ່າກັບ 21,21%; ຮັບຮອງເປັນເມືອງເຂັ້ມແຂງຮອບດ້ານ ແລະ ເມືອງພົ້ນທຸກແລ້ວ 9 ເມືອງ ເທົ່າກັບ 100%, ນະຄອນຫຼວງວຽງຈັນ ໄດ້ຖືກຮັບຮອງ ແລະ ປະກາດເປັນຫົວໜ່ວຍຍຸດທະສາດ ຈາກລັດຖະບານຢ່າງເປັນທາງການ ໃນວັນທີ 20 ຕຸລາ 2023 (ຕາມຂໍ້ຕົງລົງ ຂອງທ່ານນາຍົກລັດຖະມົນຕີ ເລກທີ 66/ນຍ, ລົງວັນທີ 12 ພຶດສະພາ 2023).
ອົງຄະນະພັກນະຄອນວຽງຈັນ ໄດ້ຖືສໍາຄັນວຽກງານກໍ່ສ້າງຮາກຖານສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມທິດນໍາຍຸດທະສາດ 3 ສ້າງ ໂດຍນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດລົງເຜີຍແຜ່, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ ແລະ ປະ ຊາຊົນບັນດາເຜົ່າ ຮັບຮູ້-ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງ. ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມເຊື່ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ, ຕັ້ງໜ້າເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນານະຄອນວຽງຈັນ ຢ່າງເປັນຂະບວນຟົດຟື້ນ.
ສອງ: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ປະຊາຊົນໄດ້ຍົກສູງສະຕິລະວັງຕົວຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ບັນດາປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນສັງຄົມ, ເປົ້າໝາຍກໍ່ຄວາມບໍ່ສະຫງົບ ໄດ້ຮັບການຕິດຕາມກວດກາ ແລະ ແກ້ໄຂ. ຂະບວນການສ້າງບ້ານປອດຄະດີ, ບ້ານປ້ອງກັນຄວາມສະຫງົບ, ບ້ານປ້ອມໝັ້ນ-ສູ້ຮົບຕິດລຽນ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ. ຜ່ານການສ້າງຂະບວນການດັ່ງກ່າວນັ້ນ ໄດ້ເປັນພື້ນຖານຮັບປະກັນໃຫ້ນະຄອນວຽງຈັນ ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໂດຍພື້ນຖານ.
ສາມ: ການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ, ການຄຸ້ມຄອງຂອງລັດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະ 5 ປີຜ່ານມາ ເສດຖະກິດ ນະຄອນຫຼວງວຽງຈັນ ຂະຫຍາຍຕົວສະເລ່ຍໃນລະດັບ 5.34% ຕໍ່ປີ (ແຜນ 5 ປີ ໃຫັ້ຂະຫຍາຍຕົວລະເລ່ຍ 7-8% ຕໍ່ປີ), ໃນນີ້: ຂະແໜງ ກະສິກຳ ຂະຫຍາຍຕົວສະເລ່ຍ 3.99% ຕໍ່ປີ, ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 7.17% ຕໍ່ປີ ແລະ ຂະແໜງ ບໍລິການ ຂະຫຍາຍຕົວສະເລ່ຍ 2.92% ຕໍ່ປີ; ລວມຍອດຜະລິດຕະພັນພາຍໃນປີ 2025 ຄາດວ່າຈະບັນລຸ 89,278.8 ຕື້ກີບ; ໂຄງປະກອບເສດຖະກິດ ໄດັ້ມີການຫັນປ່ຽນ ຄື: ກະສິກຳ ຫຼຸດລົງຈາກ 14.3% ໃນປີ 2020 ມາເປັນ 13% ໃນປີ 2025, (ແຜນຮອດປີ 2025 ໃຫັ້ກວມເອົາ 14% ຂອງ GDP); ອຸດສາຫະກຳ ຫຼຸດລົງຈາກ 49.5% ໃນປີ 2020 ມາເປັນ 49% ໃນປີ 2025 (ແຜນຮອດປີ 2025 ໃຫັ້ກວມເອົາ 49% ຂອງ GDP); ການບໍລິການ ໄດັ້ເພີ່ມຂຶ້ນ ຈາກ 36.2% ໃນປີ 2020 ມາເປັນ 38% ໃນປີ 2025, (ແຜນຮອດປີ 2025 ໃຫັ້ກວມເອົາ 37% ຂອງ GDP). ສັງລວມແລ້ວ, ໂດຍພຶ້ນຖານໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນໄປຕາມທິດທີີ່ກຳນົດໄວ້;
ສີ່: ດ້ານວັດທະນະທໍາ-ສັງຄົມ: ວຽກງານສຶກສາໃນເມື່ອກ່ອນມີພຽງໂຮງຮຽນອຸດົມວຽງຈັນ ແລະ ຊັ້ນສູງແຫ່ງດຽວ (ດົງໂດກ) ມີຄູພຽງແຕ່ 100 ກວ່າຄົນ, ໃນນັ້ນຊັ້ນປະຣິນຍາເອກມີພຽງ 4 ຄົນ. ມາຮອດປະຈຸບັນນີ້ທົ່ວນະຄອນວຽງຈັນ ມີໂຮງຮຽນທັງພາກລັດ ແລະ ເອກະຊົນ ຈໍານວນ 961 ແຫ່ງ, ມີນັກຮຽນທັງໝົດ 182.000 ກວ່າຄົນ ແລະ ມີຊັ້ນປະຣິນຍາເອກຫຼາຍກວ່າ 100 ຄົນ; ດ້ານສາທາລະນະສຸກກໍ່ມີຄວາມຄືບໜ້າໄວວາ ກ່ອນການປົດປ່ອຍມີໂຮງໝໍພຽງແຕ່ 3 ແຫ່ງຄື: ໂຮງໝໍມະໂຫສົດ, ໂຮງໝໍໂອບີ ແລະ ໂຮງໝໍ 103; ມາຮອດປະຈຸບັນມີໂຮງໝໍທັງພາກລັດ ແລະ ເອກະຊົນ 10 ກວ່າແຫ່ງ, ຫ້ອງກວດພະຍາດ ແລະ ກາຍຍະບໍາບັດ 511 ແຫ່ງ, ສຸກສາລາ 41 ແຫ່ງ; ມີພະນັກງານແພດໝໍທັງໝົດ 10.000 ກວ່າຄົນ. ໄດ້ສໍາຫຼວດພົນລະເມືອງ ຄັ້ງທີ IV ເຊິ່ງນະຄອນວຽງຈັນມີຜູ້ຂຶ້ນທະບຽນ 800.000 ກວ່າຄົນ, ໃນເມື່ອກ່ອນມີພຽງແຕ່ 200.000 ກວ່າຄົນ. ດ້ານວັດທະນະທໍາ-ຖະແຫຼງຂ່າວ 40 ປີກ່ອນ ມີພຽງລະບົບວິທະຍຸ ຄື້ນສຽງ 1 ແຫ່ງ, ໜັງສືພິມ ແລະ ວາລະສານຈໍານວນໜຶ່ງ; ມາຮອດປະຈຸບັນມູນເຊື້ອວັດທະນະທໍາ-ຮີດ ຄອງປະເພນີອັນດີງາມ, ຂະບວນສິນລະປະວັນນະຄະດີ ສະໝັກຫຼີ້ນໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບສື່ມວນຊົນປະເພດຕ່າງໆເກີດຂຶ້ນຫຼາຍສົມຄວນ. ປະຈຸບັນມີສະຖານີໂທລະພາບ 6 ສະຖານີ, ວິທະຍຸກະຈາຍສຽງ AM ແລະ FM ຫຼາຍກວ່າ 10 ຄື້ນ ແລະ ສິ່ງພິມຕ່າງໆ 100 ກວ່າສະບັບ. ສາມາດໃຫ້ການບໍລິການຂໍ້ມູນຂ່າວສານແກ່ປະຊາຊົນຢ່າງກວ້າງຂວາງ.
ຫ້າ: ດ້ານການເຄື່ອນໄຫວພົວພັນຮ່ວມມືກັບບັນດານະຄອນຫຼວງ, ນະຄອນ ແລະ ແຂວງ ຕາມແນວທາງຕ່າງປະເທດຂອງພັກ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງກວ່າເກົ່າ; ນະຄອນວຽງຈັນໄດ້ສ້າງຕັ້ງສາຍພົວພັນແບບນະ ຄອນມິດຕະພາບກັບຫຼາຍນະຄອນ ແລະ ແຂວງ ຂອງປະເທດເພື່ອນມິດ. ປະກອບສ່ວນສໍາຄັນເຂົ້າໃນການເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ເປັນຕົ້ນ: ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ລັດຖະສະພາອາຊີ-ເອີລົບ ຄັ້ງທີ 7, ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມນະຄອນທີ່ໃຊ້ພາສາຝຣັ່ງ ຄັ້ງທີ 32 ແລະ ກອງປະຊຸມອື່ນໆ ສໍາເລັດຢ່າງສະຫງ່າງາມ.
ລວມຄວາມວ່າ: 50 ປີ ຜ່ານມານະຄອນວຽງຈັນໄດ້ມີການປ່ຽນແປງໃໝ່ ແລະ ກ້າວໜ້າໃນທຸກໆດ້ານ ເຊິ່ງອາດເວົ້າໄດ້ວ່າ ບໍ່ທັນມີຍຸກໃດ, ເວລາໃດ ນະຄອນວຽງຈັນຈະມີຄວາມຈະເລີນວັດທະນາ, ເຂັ້ມແຂງຄືວຽງຈັນໃນປະຈຸບັນນີ້; ນີ້ຢັ້ງຢືນໃຫ້ເຫັນເຖິງເຈດຕະນາລົມຂອງການຢຶດອໍານາດການປົກຄອງແລ້ວ, ພັກເຮົາໄດ້ນໍາໃຊ້ອົງການປົກຄອງໃໝ່ ເພື່ອປົກປັກຮັກສາ, ພັດທະນາເສດຖະກິດ-ສັງຄົມ ນໍາເອົາຄວາມຢູ່ດີ ກິນດີ ມາໃຫ້ປະຊາຊົນ ເຮັດໃຫ້ແນວຄິດ ແລະ ຄວາມມຸ້ງຫວັງຂອງນັກຮັກຊາດ, ຜູ້ເຂົ້າຮ່ວມຂະບວນການປົດປ່ອຍຊາດນັ້ນປະກົດເປັນຈິງ ແລະ ຍິ່ງຈະສະແດງອອກໃນອະນາຄົດຢ່າງແນ່ນອນ.

