ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ
ໃນຕອນເຊົ້າຂອງວັນທີ 29 ມີນາ 2023. ກອງບັນຊາການກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເມືອງຈັນທະບູລີ ມີພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ 05 ເມສາ ຄົບຮອບ 62 ປີ. ໃຫ້ກຽດປາຖະກະຖາໂດຍແມ່ນ: ສະຫາຍ ດວງຕາ ສຸລິວົງ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ສະແດງໃຫ້ເຫັນການຕໍ່ສູ້ຂອງບັນດາບັນພະບູລຸດລາວແຕ່ລະຍຸກແຕ່ລະສະໄໝ, ຈົນເຖີງການຕໍ່ສູ້ທີ່ມີພັກນຳພາປີຊາສາມາດ ແລະ ສະຫຼາດສ່ອງໃສ ສາມາດປົດປ່ອຍປະເທດຊາດໄດ້ ແລະ ຜົນງານທີ່ພົ້ນເດັ່ນຕ່າງໆ ພ້ອມທັງຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ດັ່ງຄຳຂວັນທີ່ວ່າ: "ເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງສຸດໃຈ". ໃນນີ້ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງ ປກຊ-ປກສ, ຫົວໜ້າ-ຮອງຫ້ອງການ, ເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມຮັບຟັງ. ມີຈຳນວນທັງໝົດ 136 ສະຫາຍ, ຍິງ 22 ສະຫາຍ. ພາຍຫຼັງສຳເລັດການປາຖະກະຖາ ຄະນະກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຂື້ນມອບກະຕ່າຂອງຂວັນໃຫ້ ສະຫາຍ ດວງຕາ ສຸລິວົງ ກຳມະການພັກນະຄອນຫຼວງວຽງ ຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ.
ປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ
ໃນວັນທີ 22 ມີນາ 2023 ຄະນະພັກ, ອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດພິທີປາຖະ ກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ; ວັນຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ສໍານັກງານປົກຄອງເມືອງສີໂຄດຕະບອງ ໂດຍມີສະຫາຍເລຂາພັກເມືອງ-ເຈົ້າເມືອງ, ກໍາມະການປະຈໍາພັກ, ກໍາມະການພັກ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານຫລັກແຫລ່ງ, ເລຂາພັກໂຮງຮຽນ ແລະ ເລຂາພັກບ້ານເຂົ້າຮ່ວມ.
ເມືອງນາຊາຍທອງຫວນຄືນມູນເຊື້ອວັນສຳຄັນຂອງຊາດ
ໃນວັນທີ 21 ມີນາ 2023 ຄະນະໂຄສະນາອົບຮົມ ເມືອງນາຊາຍທອງ ໄດ້ຈັດປາຖະກະຖາເນື່ອງໃນໂອກາດລະນຶກ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ. ທີ່ສະໂມສອນປົກຄອງເມືອງນາຊາຍທອງ ໂດຍເລົ່າມູນເຊື້ອໂດຍ ທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ, ມີຮອງເລຂາ, ຄະນະປະຈຳພັກ, ຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ.ເລຂາໜ່ວຍພັກບ້ານ ເຂົ້າຮ່ວມ.
ຫວນຄືນມູນເຊື້ອວັນສຳຄັນຂອງຊາດ
ໃນຕອນເຊົ້າ ວັນທີ 22 ມີນາ 2023. ຄະນະໂຄສະນາອົບຮົມເມືອງຈັນທະບູລີ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ຈັດຂື້ນທີ່ສະໂມສອນປົກຄອງເມືອງຈັນທະບູລີ. ໃຫ້ກຽດປາຖະກະຖາ ໂດຍແມ່ນ: ສະຫາຍ ດວງຕາ ສຸລິວົງ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ ກໍ່ໄດ້ຍົກໃຫ້ເຫັນການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ມູນເຊື້ອການຕໍ່ສູ້ຕີເອົາຊະນະຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນລະຫວ່າງ 2 ຊາດລາວ-ຫວຽດນອ້າຍນ້ອງທີ່ເປັນນ້ຳໃຈນັກຮົບຢ່າງພິລະອາດຫານບໍ່ຍອມຈຳນົນ ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ ທັງເປັນຜູ້ນຳພາຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫຼະ ເພື່ອປະເທດຊາດ ຢ່າງອົງອາດກ້າຫານ ບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບຸນ. ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາ ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ກອງບັນຊາການ ປກຊ-ປກສ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມຢ່າງພ້ອມພຽງ, ມີທັງໝົດ 105 ທ່ານ, ຍິງ 38 ທ່ານ. ພາຍຫຼັງສຳເລັດການປາຖະກະຖາ ສະຫາຍ ຄຳເຜີຍ ເທບປັນຍາ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຈັນທະບູລີ ໄດ້ຂື້ນມອບກະຕ່າຂອງຂວັນ ແລະ ອວຍພອນໃຫ້ ສະຫາຍ ດວງຕາ ສຸລິວົງ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 63 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 1048 |
![]() | ເດືອນນີ້ | 665 |
![]() | ທັງໝົດ | 215934 |