ຄະນະບໍລິຫານງານພັກ ນວ ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຊາດ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໄດ້ໜູນວຽນມາຮອດອີກວາລະໜຶ່ງ ວັນທີ 2 ທັນວາ 2022 ຄະນະບໍລິຫານງານພັກ ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳເອົາກະຕ່າດອກໄມ້ທີ່ສວຍສົດງົດງາມ ແລະ ແສນຫອມຫວນ ວາງຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.
ໃນວັນທີ 1 ທັນວາ 2022 ອົງການປົກເມືອງສີໂຄດຕະບອງ ຈັດປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດິດກຳມະການພັກ, ຫົວໜ້າຄະໂຄສະນາອົບຮົມ ນວ, ມີຄະນະປະຈຳພັກ, ຄະນະພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາພັກບ້ານ, ນາຍບ້ານ ທົ່ວເມືອງສີໂຄດຕະບອງ ເຂົ້າຮ່ວມ.
ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງ ໃນວັນທີ 30 ພະຈິກ 2022 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການປະຈໍາພັກ ກໍາມະການພັກ ເຈົ້າເມືອງ ຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ.
ສອງວາລະສານພົບປະ ແລກປ່ຽນບົຮຽນນຳກັນ
ໃນວັນທີ 10 ພະຈິກ 2022 ຄະນະໂຄສະນາອົບຮົມນະຄອນຫຼວງ (ຜູ້ຮັບຜິດຊອບ ວາລະສານ ນະຄອນຫຼວງ) ແລກປ່ຽນບົດຮຽນ ກັບວາລະສານອະລຸນໃໝ່ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຊົງເລົ່າ ຍົງນູ ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງ ວາລະສານ ອະລຸນໃໝ່ ນຳໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ຄະນະພັກ ຄອ.ສພ ວ່າການຫົວໜ້າບັນນາທິການ ວາລະສານ ອະລຸນໃໝ່ ຫົວໜ້າພະແນກບັນນາທິການ, ວິຊາການ ແລະ ວາລະສານ ນະຄອນຫຼວງ ນຳໂດຍທ່ານ ນາງ ວິວົນທອງ ສຸລິວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ, ຮັກສາການຜູ້ຊີ້ນຳວຽກງານວາລະສານ ນະຄອນຫຼວງ ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການເຂົ້າຮ່ວມ