ໃນວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບ ບັນດາສື່ມວນຊົນ ໃນທົ່ວປະເທດ ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ ການແກ້ໄຂພະຍາດ ໂຄວິດ-19.
ຈຸດປະສົງ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ບາງບັນຫາທີ່ປິ່ນອ້ອມ ກ່ຽວກັບການລະບາດຂອງ ພະຍາດໂຄວິດ-19 ກັບສື່ມວນຊົນ. ພ້ອມກັນນີ້, ກໍເພື່ອໃຫ້ສື່ມວນຊົນ ນຳເອົາຂໍ້ມູນຂ່າວສານຕ່າງໆ ເຜີຍແຜ່ ໄປຍັງປະຊາຊົນທຸກເຜົ່າຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈສະພາບ ຄວາມເປັນຈິງ ຂອງການລະບາດຂອງພະຍາດດັ່ງກ່າວ ຢູ່ໃນໂລກ ພາກພື້ນ ກໍຄື ຢູ່ປະເທດເຮົາ ເປັນຕົ້ນ ລະດັບຄວາມຮຸນແຮງ ຂອງພະຍາດໂຄວິດ-19, ຜົນກະທົບ ດ້ານຄວາມເສຍຫາຍຕໍ່ມະນຸດ, ການຄວບຄຸມ ສະກັດກັ້ນ ແລະ ຕ້ານກັບພະຍາດດັ່ງກ່າວ ໃນໄລຍະຜ່ານມາ ປັດຈຸບັນ-ໃນຕໍ່ໜ້າ ແລະ ການດໍາລົງຊີວິດ ປົກກະຕິແບບໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ຍັງໄດ້ຍົກໃຫ້ເຫັນເຖິງ ສະພາບຄວາມຮຸນແຮງ ຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງ ຜົນກະທົບ ຫລື ສ້າງຄວາມເສຍຫາຍ ຮ້າຍແຮງໃຫ້ແກ່ມະນຸດ, ໂດຍສະເພາະ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍລ້ານຄົນ. ພ້ອມກັນນີ້, ຍັງເຮັດໃຫ້ ເສດຖະກິດໂລກ, ເສດຖະກິດທຸກປະ ເທດຖົດຖອຍ ແລະ ເຮັດໃຫ້ປ່ຽນແປງຊີວິດ ການເປັນຢູ່ຂອງມະນຸດ ຈາກໜ້າມືເປັນຫລັງມື. ໃນຂະນະທີ່ບັນດາ ປະເທດຕ່າງໆໃນໂລກ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມກັນສະກັດກັ້ນ ແລະ ຕ້ານສຸດຄວາມສາມາດ ແຕ່ກໍ່ຍັງບໍ່ທັນສາມາດ ປາບປາມໄດ້ສຳເລັດ ແລະ ຍັງມີທີທ່າວ່າຈະສືບຕໍ່ ຂະຫຍາຍຕົວຕໍ່ໄປ ຈະເຫັນໄດ້ການຕິດເຊື້ອສະສົມ ເພີ່ມຂຶ້ນແຕ່ລະມື້ ຢູ່ໃນແຕ່ລະປະເທດ, ແຕ່ເຖິງຢ່າງໃດກໍຕາມ ວົງຄະນາຍາດສາກົນ ແລະ ບັນດາປະເທດ ກໍ່ໄດ້ສຸມສະຕິປັນຍາຄົ້ນຄວ້າວິໄຈ ວາງມາດຕະ ການຕ່າງໆ ເພື່ອປ້ອງກັນແກ້ໄຂ ເຊັ່ນ: ຄົ້ນຄວ້າຜະລິດຢາວັກຊິນ ເພື່ອສັກໃຫ້ປະຊາຊົນ, ຄົ້ນຄວ້າຫາວິທີການກວດຫາເຊື້ອ ການຕິດເຊື້ອ, ວິໄຈ ແລະ ຜະລິດຢາປິ່ນປົວ, ກຳນົດມາດຕະການ ໃນການປິດເມືອງປີດປະເທດ ແລະ ອື່ນໆ.
ສຳລັບ ຢູ່ ສປປ ລາວ ລັດຖະບານ ກໍໄດ້ວາງແນວທາງ ແລະ ມາດຕະການທີ່ສອດຄ່ອງ ແຕ່ຫົວທີ ໂດຍຖືເອົາການສະກັດກັ້ນ, ປ້ອງກັນເປັນຕົ້ນຕໍ, ການປິ່ນປົວແກ້ໄຂເປັນສຳຄັນ, ຖືການນຳພາຢ່າງລວມສູນ ເປັນເອກະພາບຂອງພັກ ແລະ ບັນຊາບໍລິຫານງານ ຂອງລັດຖະບານ ແລະ ການເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ ເປັນປັດໄຈຕັດສິນຜົນສຳເລັດ ພ້ອມນັ້ນກໍ່ອີງໃສ່ການຮ່ວມມື ຊ່ວຍເຫລືອ ຂອງບັນດາ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ນອກຈາກນີ້, ລັດຖະບານ ມີກົນໄກສະດຸ້ງໄວສົມຄວນ ໃນການປັບປຸງ ແກ້ໄຂບັນຫາ ແຕ່ລະໄລຍະ ແຕ່ລະກໍ່ລະນີ ເປັນຕົ້ນ ການສ້າງຕັ້ງສູນກັກກັນ, ໂຮງໝໍ ຫລື ສູນປິ່ນປົວຊົ່ວຄາວ (ໂຮງໝໍພາກສະໜາມ), ການສັກຢາວັກຊິນ ແລະ ອື່ນໆ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ສື່ມວນຊົນທຸກພາກສ່ວນ, ພ້ອມຕີລາຄາສູງຕໍ່ທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ຊຶ່ງເປັນຂົວຕໍ່ໃນການນຳເອົາ ຂໍ້ມູນຂ່າວສານ ຄວາມເປັນຈິງຕ່າງໆ ກ່ຽວກັບແນວທາງ ນະໂຍບາຍຂອງພັກ, ກໍ່ຄືແຜນນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ໄປສູ່ປະຊາຊົນ, ພ້ອມກັນນັ້ນ ກໍ່ນຳເອົາຄວາມເປັນຈິງ, ຄວາມຄິດຄວາມເຫັນ ຕະຫລອດຮອດຄວາມ ມຸ້ງມາດປາຖະໜາ ຂອງປະຊາຊົນ ສ່ອງແສງໃຫ້ແກ່ການນໍາພັກ-ລັດ ໄດ້ຮັບຊາບ ເພື່ອນຳໄປ ພິຈາລະນາ ກຳນົດປັບປຸງໃຫ້ສົມບູນຂຶ້ນຕື່ມ ທາງດ້ານແນວທາງ ກໍ່ຄືແຜນພັດທະນາເສດ ຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດ ຂອງຊາດ-ຂອງປະຊາຊົນເຮົາ. ພ້ອມກັນນັ້ນ, ສື່ມວນຊົນ ກໍ່ຍັງເປັນຂົວຕໍ່ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ໄດ້ຮັບຮູ້ສະພາບ ຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ.ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ບັນດາສື່ມວນຊົນ ໃນການໂຄສະນາ ແລະ ຜັນຂະຫຍາຍ ກ່ຽວກັບການດຳລົງຊີວິດ ປົກກະຕິແບບໃໝ່ໃຫ້ສັງຄົມ ກໍຄືພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຮັດແນວໃດ ເພື່ອປະຊາຊົນພົນລະເມືອງເຮົາ ຕ້ອງດຳລົງຊີວິດຢູ່ໃຫ້ໄດ້ ໃຫ້ມີຄວາມປອດໄພດ້ານຊີວິດ ໃນເງື່ອນໄຂໂຄວິດ-19 ທີ່ຍັງລະບາດຢູ່ນີ້. ພວກເຮົາ ຕ້ອງຮຽນຮູ້ ແລະ ປັບຕົວໃຫ້ສອດຄ່ອງ, ມີຊີວິດ, ທຳການຜະລິດ, ຄ້າຂາຍ, ການໄປມາຫາສູ່, ທຳກິດຈະກຳທາງສັງຄົມ ຮີດຄອງປະເພນີຕ່າງໆ ໃຫ້ສອດ ຄ່ອງ ແລະ ເໝາະສົມ ກັບເງື່ອນໄຂໂຄວິດ-19.
ຂໍ້ມູນ: ຂ່າວສານປະເທດລາວ.
ມີ 41 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 94 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 548 |
![]() | ເດືອນນີ້ | 5228 |
![]() | ທັງໝົດ | 236017 |