• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ວັດທະນະທໍາ ແບບແຜນດໍາລົງຊີວິດ ແລະ ໂກວິດ-19

ວັດທະນະທໍາ ແບບແຜນດໍາລົງຊີວິດ ແລະ ໂກວິດ-19

      ໂລກທີ່ເຮົາດໍາລົງຊີວິດຢູ່ນີ້ ປະກອບດ້ວຍປະຊາກອນອາໄສຢູ່ປະມານ 7 ຕື້ກວ່າຄົນ ທີ່ຢູ່ໃນ 220 ກວ່າປະເທດ ແລະ ເຂດແຄວ້ນ ມີເຊື້ອຊາດ ຊາດ ເຜົ່າພັນ ພາສາ ວັດທະນະທໍາ ຮີດຄອງ ປະເພນີ ແຕກຕ່າງກັນ. ຄວາມສໍານຶກແຫ່ງຄວາມເປັນມະນຸດ “ຢູ່ຮ່ວມກັນໂດຍສັນຕິ” ເຮັດໃຫ້ສົງຄາມທາງເຊື້ອຊາດເຜົ່າພັນທີ່ເຄີຍມີໃນບາງຂົງເຂດຂອງໂລກຫລຸດນ້ອຍຖອຍລົງຫລາຍ. ການຝັກໄຝ່ໃນການຢູ່ຮ່ວມກັນ ພາຍໃຕ້ທ້ອງຟ້າແຫ່ງສັນຕິພາບ ເປັນທ່າອ່ຽງທີ່ຊາວໂລກປາຖະໜາມານານ. ແຕ່ເຖິງຢ່າງໃດກໍດີ ລັດທິຈັກກະ ພັດລ່າເມືອງຂື້ນ ທີ່ແປງຮ່າງມາໃນແຕ່ລະຍຸກສະໄໝ ຍັງເຮັດໃຫ້ເກີດກໍລະນີພິພາດໃນບາງຂົງເຂດຕະ ຫລອດມາ ໂດຍສະເພາະການສະແຫວງຫາຊັບພະຍາກອນທໍາມະຊາດ ເພື່ອສ້າງຮັ່ງຄູນມີຂອງພວກນາຍ ທຶນຈັກກະພັດ ໃນຮູບແບບຕ່າງໆຍັງມີມາຢ່າງຕໍ່ເນື່ອງ, ການກໍ່ສົງຄາມເຖິງຂັ້ນຢຶດເອົາປະເທດ ແລະ ບາງພາກສ່ວນຂອງປະເທດຍັງມີຢູ່ໃນປັດຈຸບັນ. ນັ້ນຄືຄວາມບໍ່ສະຫງົບທີ່ຍັງເກີດຂື້ນຢູ່ໃນມຸມໃດມຸມໜຶ່ງຂອງໂລກ.

       ແຕ່ລະຊາດມີວັດທະນະທໍາ ຮີດຄອງປະເພນີເປັນຂອງຕົນເອງ ເຊິ່ງບໍ່ອາດແຕະຕ້ອງລ່ວງເກີນໄດ້ ມັນຕິດພັນກັບຊີວິດປະຈໍາວັນ ກາຍເປັນສິ່ງເຄົາລົບນັບຖືນັ້ນຄື ”ສາສະໜາ” ເຊິ່ງບາງສາສະໜາກໍມີການຜູກພັນທາງຈິດໃຈ ເຊື່ອຖື ແລະ ສອດຄ່ອງກັບລະບຽບກົດໝາຍ ບາບ ບຸນ ຄຸນ ໂທດ. ສ່ວນໃຫຍ່ຂອງສາສະໜາແມ່ນສັ່ງສອນໃຫ້ຄົນເປັນຄົນດີ ເປັນພົນລະເມືອງທີ່ດີຂອງຊາດ.

     ຄືດັ່ງຮູ້ກັນດີແລ້ວວ່າ: ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ມີການລະບາດຂອງເຊື້ອຈຸລະໂຣກສາຍພັນໃໝ່ ກໍຄືການເກີດຂື້ນຂອງພະຍາດອັກເສບປອດ ໂກໂຣນາສາຍພັນໃໝ່ ຫລື ໂກວິດ-19 ເລິ່ມຈາກເມືອງອູຮັນ ມົນທົນຫູເປີ້ຍ ສປ ຈີນ ແລະ ແຜ່ເຊື້ອຮຸນແຮງນັບແຕ່ເດືອນ 1-2-3-4/2020. ໃນນັ້ນ ສປຈີນ ສາມາດລະງັບການແຜ່ເຊື້ອ ດ້ວຍມາດຕະການຕ່າງໆທີ່ເໝາະສົມຂອງຜູ້ນໍາຈີນ ເຮັດໃຫ້ການລະບາດໄດ້ຢຸດເຊົາ ແລະ ຍັງສົ່ງຢາປົວພະຍາດ ນັກວິຊາການແພດສາດ ອຸປະກອນການແພດໄປຊ່ວຍໃນຫລາຍປະເທດ ໃນນັ້ນມີ ສປປ ລາວນໍາ. ພາຍໃຕ້ການນໍາຂອງພັກ-ລັດ ແລະດ້ວຍການໃຊ້ມາດຕະການທີ່ຖືກຕ້ອງເໝາະສົມ ນັບແຕ່ການອັດປະເທດໄປຈົນເຖິງໃຫ້ປະຊາຊົນພັກຢູ່ໃນເຮືອນ ເພື່ອຢຸດການແຜ່ເຊື້ອ ເຊິ່ງເຮັດໃຫ້ການຕອບຕ້ານພະຍາດດັ່ງກ່າວຢູ່ລາວ ມີປະສິດທິຜົນພໍສົມຄວນ.

     ຕໍ່ຫາງສຽງທາງສັງຄົມໃຫ້ຂໍ້ສັງເກດວ່າ ເປັນຫຍັງປະເທດສະຫະລັດອາເມຣິກາ ບັນດາປະເທດສະ ຫະພາບເອີຣົບ ແລະ ອື່ນໆ ຈຶ່ງລະບາດຮ້າຍແຮງ ມີຄົນຕິດເຊື້ອຫລາຍ ເສຍຊີວິດກໍຫລາຍ. ຕໍ່ບັນຫານີ້ ຖ້າສັງເກດງ່າຍໆແມ່ນມາຈາກວັດທະນະທໍາ ແບບແຜນດໍາລົງຊີວິດຂອງຄົນໃນສັງຄົມ ທີ່ມີລັກສະນະເສລີ ປະຊາທິປະໄຕແບບຊະຊາຍ ຜ່ານການຊຸມແຊວ ຫລິ້ນກິນຢ່າງບໍ່ມີຂອບເຂດ ໄລຍະຫ່າງທາງສັງຄົມບໍ່ຕ້ອງເວົ້າເຖິງ. ວັດທະນະທໍາການຈັບມື ການກອດຈູບຂອງຍິງຊາຍໃນທີ່ເປີດແປນ ການມົ້ວສຸມກິນດື່ມແບບຕາເວັນຕົກ ປະກອບກັບລະດູໜາວຄົນໄຮ້ທີ່ເພິ່ງ ເຮັດໃຫ້ການແຜ່ເຊື້ອລະບາດຮ້າຍແຮງ ມີຄົນເຈັບ ແລະ ລົ້ມຕາຍກ່ອນເຖິງມືໝໍຢ່າງໜ້າສົມເພດເວດທະນາ. ແຕ່ເຖິງແນວໃດກໍດີ ຖ້າມີການໃຊ້ມາດຕະການ ປິດບ້ານປິດເມືອງດັ່ງສັງຄົມນິຍົມເຮັດກໍຄົງບໍ່ໄດ້ ເພາະຍາມໃດເສລິພາບປະຊາທິປະໄຕຕ້ອງມາກ່ອນ ດັ່ງ ນັ້ນວັດທະນະທໍາແບບແຜນດໍາລົງຊີວິດເປັນສິ່ງສໍາຄັນໃນກໍລະນີນີ້. ປາກົດວ່າໄລຍະຫລັງໆ ຜູ້ນໍາບາງປະ ເທດ ກໍໍຍໍມືນົບ ”ສະບາຍດີ” ແທນໃຫ້ແກ່ການເດ່ມືສະບາຍດີ ເຊິ່ງມີຜູ້ຄົນລຽນແຖວຕ້ອນຮັບ... ເພາະເພິ່ນອາດສະດຸ້ງວ່າ ແບບທີ່ປະຕິບັດມາແມ່ນການແຜ່ເຊື້ອໂດຍບໍ່ຕັ້ງໃຈ.

    ຍ້ອນແນວນັ້ນ ຂໍ້ສົງໄສທີ່ວ່າເປັນຫຍັງປະເທດດັ່ງກ່າວຈຶ່ງມີຄົນຕິດເຊື້ອ ແລະ ເສຍຊີວິດຫລາຍ ແມ່ນສ່ວນໜຶ່ງກໍຄືວັດທະນະທໍາ ແລະ ແບບແຜນດໍາລົງຊີວິດຂອງຄົນໃນສັງຄົມປະເທດນັ້ນໆ ເຊິ່ງໃນຄວາມເປັນຈິງ ສາເຫດ ແລະຂໍ້ມູນພວກເຂົາກໍເຂົ້າເຖິງໄດ້ໄວ. ແຕ່ເຊື່ອແນ່ວ່າບໍ່ນານຄວາມເຈັບເປັນ ລົ້ມຕາຍກໍຄົງບັນເທົາ ຖ້າວ່າຮ້ອງຂໍການຊ່ວຍເຫລືອຈາກອົງການທີ່ກ່ຽວຂ້ອງ ແລະ ປະເທດທີ່ມີປະສົບການມາແລ້ວ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236034
ມື້ນີ້ມື້ນີ້111
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້565
ເດືອນນີ້ເດືອນນີ້5245
ທັງໝົດທັງໝົດ236034

ຄອບຄົວຕົວແບບ