ໃນວັນທີ 25 ມັງກອນ 2022 ຜ່ານມາ ອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງການແນວລາວສ້າງຊາດ ແລະ ມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ຊັ້ນ 4. ໃຫ້ກຽດເປັນປະທານຂອງທ່ານ ຖະໝອມ ຖໍາທອງ ກໍາມະການປະຈໍາພັກ, ປະທານອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີພຣະເຖລານຸເຖລະ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າຈາກອະນຸກໍາມະການແນວລາວສ້າງຊາດ 07 ພາກສ່ວນ, ປະທານ, ຮອງປະທານແນວລາວສ້າງຊາດ 09 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງການແນວລາວສ້າງຊາດ ແລະ ມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໃຫ້ເກີດດອກອອກຜົນ ແລະ ເຂົ້າສູ່ລວງເລິກໃນວຽກງານຕົວຈິງ ກອງປະຊຸມຍັງໄດ້ມີການປະກອບຄວາມຄິດເຫັນ ຕໍ່ກັບບາງບັນຫາ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ໄດ້ຮັບຟັງການຜ່ານມະຕິຕົກລົງ ສະບັບເລກທີ 01/ຄພ.ນວ, ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແລະ ແຜນພັດທະນາ 5 ປີ ການຈັດຕັ້ງປະຕິບັດຂອງຂະແໜງກວດກາ ລວມທັງບົດປະກອບຄໍາເຫັນຂອງສະພາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການເຄື່ອນໄຫວວຽກງານຕົວຈິງໃນຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ກັບແນວທາງຂອງພັກທີ່ໄດ້ກໍານົດໄວ້.
ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງການແນວລາວສ້າງຊາດ ແລະ ມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ປະທານກອງປະຊຸມຍັງໃຫ້ຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ປະຕິບັດແຜນ 5 ປີ ໃນຕໍ່ໜ້າ ໃຫ້ມີຜົນສໍາເລັດ, ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ແລະ ໄປໃນທິດທາງດຽວກັນໃຫ້ຖືກຕ້ອງ.
ມີ 30 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 104 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 558 |
![]() | ເດືອນນີ້ | 5238 |
![]() | ທັງໝົດ | 236027 |