ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງ ໃນວັນທີ 30 ພະຈິກ 2022 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການປະຈໍາພັກ ກໍາມະການພັກ ເຈົ້າເມືອງ ຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຊີ້ນໍາ-ນໍາພາຂອງອົງຄະນະພັກ ອົງ ການປົກຄອງໃນໄລຍະ 1 ປີຜ່ານມາ ໃນນັ້ນ ໄດ້ຈັດຕັ້ງນໍາພາເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ແລະ 4 ສະໄໝທີ XI ມະຕິຄົບຄະນະບໍລິຫານງານພັກນະຄອນຫລວງວຽງຈັນ ຄັ້ງທີ 5, 6, 7 ສະໄໝທີ VII ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ເຂົ້າໃນພຶດຕິກໍາຕົວຈິງ ໃນການຈັດຕັ້ງປະຕິບັດແຜນວຽກ ແຜນງານໃນຂະແໜງການຂອງຕົນ ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມໝັ້ນຄົງ ໂດຍສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານ ລົງເລິກວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ປະຕິບັດບັນດາໂຄງການ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສຸມໃສ່ 7 ຫລຸດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ ໃນໄລຍະ 9 ເດືອນຕົ້ນປີ ຍັງສືບຕໍ່ຮັກສາ GDP ຢູ່ໃນລະດັບ 4,36% ການຈັດເກັບລາຍຮັບປະຕິບັດໄດ້ 3.600,24 ຕື້ກີບ ເທົ່າກັບ 64,56% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 18,75%).
ທ່ານອະດີດເລຂາທິການໃຫຍ່ ໄດ້ໃຫ້ກຽດປາຖະກະຖາວັນຊາດທີ 2 ທັນວາ ແລະ ວັນເກີດປະທານໄກສອນ ພົມວິຫານ ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອຂອງວັນຊາດ ໂດຍສະເພາະມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເວົ້າລວມແລ້ວ ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບບັນດາປະເທດອື່ນໆໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ຍັງແມ່ນວັນແຫ່ງສັນຕິພາບ ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ນອກນີ້ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເຊິ່ງທ່ານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫລວງທີ່ສຸດໃນການນໍາພາ ພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະທານໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ ຄົນລາວພິລະອາດຫານ ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວເຮົາ ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ ແລະ ເປັນຜູ້ກໍາແໜ້ນຫລັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ ແລະ ກໍາໄດ້ສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 82 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 7 |
![]() | ເດືອນນີ້ | 684 |
![]() | ທັງໝົດ | 215953 |