ຄະນະບໍລິຫານງານພັກ ນວ ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຊາດ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໄດ້ໜູນວຽນມາຮອດອີກວາລະໜຶ່ງ ວັນທີ 2 ທັນວາ 2022 ຄະນະບໍລິຫານງານພັກ ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳເອົາກະຕ່າດອກໄມ້ທີ່ສວຍສົດງົດງາມ ແລະ ແສນຫອມຫວນ ວາງຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.
ການວາງກະຕ່າດອກໄມ້ຄັ້ງນີ້ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູບຸນຄຸນ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຕະຫຼອດໄລຍະເຄິ່ງສະຕະວັດປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ກຳລັງວັງຊາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ນໍາພາການປະຕິວັດ ຂອງປະຊາຊົນລາວເຮົາກ້າວຂຶ້ນຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ເຮັດໃຫ້ປະເທດ ກາຍເປັນປະເທດເອກະລາດ ແລະ ມີຖານະພາບອັນສົມກຽດໃນເວທີສາກົນ ປະທານສົມແລ້ວທີ່ເປັນວິລະບູລຸດມີຄວາມປີຊາສາມາດ ສະຫຼາດສ່ອງໃສ ເວລາໃດກໍ່ເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງທີ່ດີຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຊື່ສຽງຮຽງນາມ ຄຸນງາມຄວາມດີ ວິລະກຳອັນລໍ້າຄ່າ ຂອງປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນເອກະພາບໃນທຸກຊັ້ນຄົນ ທຸກຊົນເຜົ່າ ທຸກສາສະໝາ ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບ ທົ່ວໂລກ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 80 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 5 |
![]() | ເດືອນນີ້ | 682 |
![]() | ທັງໝົດ | 215951 |