ຫວນຄືນມູນເຊື້ອສອງວັນປະຫວັດສາດ
ໃນວັນທີ 13 ທັນວາ 2022 ຄະນະໂຄສະນາອົບຮົມເມືອງປາກງື່ມ ໄດ້ຈັດພິທີປາຖະກະຖາວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນທີ 13 ທັນວາ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອຍ 102 ປີ ທີ່ສະໂມສອນເມືອງປາກງື່ມ ໃຫ້ກຽດປາຖະກະຖາໂດຍ ທ່ານ ບຸນທອງ ພົມມະຈັນ ອະດິດຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ມີເລຂາ-ຮອງເລຂາ, ຄະນະປະຈຳພັກ, ຄະນະພັກເມືອງ, ຫົວຫນ້າຫ້ອງການ, ພະນັກງານສະມາຊິກພັກ ແລະ ເລຂາພັກບ້ານ ເຂົ້າຮ່ວມ.
ການປະຖະກະຖາຄັ້ງນີ້ມີຈຸດປະສົງເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະ ນັກງານ ສະມາຊິກພັກ ທະຫານ ຕຳຫລວດ ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ຜົນງານອັນໂດດເດັ່ນຂອງຊາດລາວ-ຄົນລາວ ໃນພາລະກິດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ອັນໄດ້ກາຍເປັນຂີດໝາຍອັນສໍາຄັນໃນການກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ ພ້ອມນັ້ນເພື່ອທົບທວນມູນເຊື້ອວິລະກໍາ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເປັນແວ່ນແຍງອັນໃສແຈ້ງ ນໍ້າໃຈຮັກຊາດອັນດູດດື່ມ ນໍ້າໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈຳນົນ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງ ເພື່ອປະເທດຊາດໃຫ້ແກ່ສະມາຊິກພັກ ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮ່ຳຮຽນເອົາການສະເຫຼີມສະຫລອງວັນສຳຄັນດັ່ງກ່າວ ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫລວງວຽງຈັນ ຕາມທິດຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໄປພ້ອມກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດກໍຄືມະຕິຄົບຄະນະຄັ້ງທີ VIII ສະໄໝທີ VII ຂອງອົງຄະນະພັກເມືອງໃຫ້ມີເນື້ອໃນເລິກເຊິ່ງ ກ້ວາງຂວາງ ແລະ ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ໃນທົ່ວນະຄອນຫລວງວຽງຈັນ ກໍ່ຄືເມືອງປາກງື່ມ ປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການແກ້ໄຂວາລະແຫ່ງຊາດ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຄຽງຄູ່ກັບການຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ ຂອງອິດທິກຳລັງປໍລະປັກຕີຖອຍບັນດາຂ່າວບິດເບືອນ ໃສ່ຮ້າຍປ້າຍສີຂອງສື່ສັງຄົມອອນລາຍ ຮັບປະກັນໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ ແລະ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 124 |
![]() | ມື້ວານນີ້ | 388 |
![]() | ອາທິດນີ້ | 1160 |
![]() | ເດືອນນີ້ | 2229 |
![]() | ທັງໝົດ | 251491 |