ເຈົ້າຄອງຊຸກຍູ້ຄົ້ນຄວ້າການສ້າງຕັ້ງເມືອງໃໝ່
ວັນທີ 26 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການສ້າງຕັ້ງເມືອງໃໝ່ເຊິ່ງເປັນເມືອງທີ 10 ຂອງ ນະຄອນຫຼວງວຽງຈັນ ຢູ່ ມສ ພວງໄຊ ບ້ານນາໂງມໃໝ່ ເມືອງໄຊທານີ ຖືກຕ້ອນຮັບຈາກທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ມີຄະ ນະຮັບຜິດຊອບຄບັນດາພະແນກການ ແລະ ນາຍບ້ານທັງ 24 ບ້ານທີ່ກວມຂອບເຂດພື້ນທີ່ເມືອງໃໝ່ເຂົ້າຮ່ວມ.
ເຈົ້າຄອງຊີ້ນຳວຽກງານການປອ້ງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈຸດຄວາມສ່ຽງເມືອງໄຊເສດຖາ
ທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ປອ. ຊົງເລົ່າ ຢົງນູ ຄະນະປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາເມືອງໄຊເສດຖາແລະ ບັນດາພະແນກການທີ່ກຽ່ວຂ້ອງຈາກນະຄອນຫຼວງວຽງຈັນ ໄດ້ລົງຊີ້ນຳວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈຸດຄວາມສ່ຽງທີ່ພົວພັນກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວັນທີ 24 ພຶດສະພາ 2021 ໂດຍການນໍາພາຂອງທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ພ້ອມຄະນະ.
ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສນວ
ລາຍຊື່ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ຈໍານວນ 23 ທ່ານ ຍິງ 6 ທ່ານ ເລືອກເອົາ 18 ທ່ານ:
1. ທ່ານ ປອ. ໄຊສົມພອນ ພົມວິຫານ.
2. ທ່ານ ປອ. ອານຸພາບ ຕຸນາລົມ.
3. ທ່ານ ຮສ.ປອ. ລິນຄໍາ ດວງສະຫວັນ.
4. ທ່ານ ບຸນຕາ ເທບພະວົງ.
5. ທ່ານ ປອ. ເກດແກ້ວ ສີຫາລາດ.
6. ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ.
7. ທ່ານ ໄຊຄໍາ ອຸ່ນມີໄຊ.
8. ທ່ານ ບຸນທາມ ພຸດທະວົງສາ.
9. ທ່ານ ນ. ເກດມະນີ ບັນດາສັກ.
10. ທ່ານ ສາລະພິດ ສູນວໍລະວົງ.
ພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920-13/12/2020) ໄດ້ຈັດຂຶ້ນໃນວັນທີ 2 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ບັນດາການນໍາພັກ-ລັດຂັ້ນສູນກາງ ນະຄອນ ຫລວງວຽງຈັນ ແລະ ນັກຮົບປະຕິວັດ ອາວຸໂສ ບໍານານ ເຂົ້າຮ່ວມ.
45 ປີ ຂອງການພັດທະນາເສດຖະກິດນະຄອນຫລວງວຽງຈັນ
(23 ສິງຫາ 1975-23 ສິງຫາ 2020)
......................
ເມື່ອທົບທວນຫວນຄືນແລ້ວການຍຶດອໍານາດ 23 ສິງຫາ ຢູ່ນະຄອນວຽງຈັນ ໃນ 44 ປີກ່ອນ ນັ້ນແມ່ນ ເປັນເຫດການການເມືອງ ທີີ່ມີຄວາມໝາຍສໍາຄັນຍິ່ງຂອງຊາດລາວ, ກໍຄືຊາວນະຄອນຫລວງ, ການຢຶດອໍານາດ 23 ສິງຫາ ຢູ່ນະຄອນວຽງຈັນ ເປັນການໂມ່ງບາດຄ້ອນມະຫັດສະຈັນເຂົ້າໃສ່ “ກໍາແພງ” ສຸດທ້າຍຂອງ ອິດທິກໍາລັງຈັກກະພັດຜູ້ຮຸກຮານ ແລະ ພວກປະຕິການຂາຍຊາດ ໃຫ້ມຸ່ນທະລາຍໄປຢ່າງສິ້ນເຊີງ, ເປັນການໄຂເສັ້ນທາງສູ່ໄຊຊະ ນະອັນສົມບູນ ຂອງການປະຕິວັດປົດປ່ອຍຊາດ, ປະທິປະໄຕ ແລະ ເປັນພຶ້ນຖານ ຫລື ເປັນອາລຸນວັນໃໝ່ ຂອງການສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ໃນວັນທີ 2 ທັນວາ 1975, ທັງແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ, ພິລະອາດຫານ, ການເສຍ ສະຫລະຊີວິດ ແລະ ເລືອດເນື້ອຂອງປະຊາຊົນລາວບໍ່ຈັກວ່າເທົ່າໃດ; ທັງແມ່ນໝາກຜົນຂອງການນໍາໃຊ້ສາມບາດຄ້ອນຍຸດທະສາດບຸກໂຈມຕີສັດຕູ “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ”, ທັງແມ່ນກຽດອັນສູງສຸດຂອງນັກຮັກຊາດ, ຊົນຊັ້ນກໍາມະກອນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ອອກແຮງງານ ຊາວນະຄອນວຽງຈັນ !
ພາຍຫລັງການຢຶດອໍານາດ 23 ສິງຫາ ແລະ ໄດ້ສ້າງຕັ້ງລະບອບສາທາລະນະລັດປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ແລ້ວ, ການປະຕິວັດລາວໄດ້ກ້າວສູ່ໄລຍະໃໝ່ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສໍາລັບຢູ່ນະຄອນວຽງຈັນຫລັງຈາກຢຶດອໍານາດການປົກຄອງແລ້ວ, ອົງຄະນະພັກນະຄອນວຽງຈັນ ສະໄໝຊຸດທໍາອິດ ໄດ້ຈັດຕັ້ງນໍາພາອໍານາດການປົກຄອງໃໝ່ ແລະ ປະຊາຊົນແຂວງ-ກໍາແພງນະຄອນວຽງຈັນເຮັດໜ້າທີ່ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ, ຈັດຕັ້ງນໍາພາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ປົວແປງ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆມາ ອັນທີ່ພົ້ນເດັ່ນກໍແມ່ນການສ້າງຄູກັນນໍ້າຂອງໄລຍະທໍາອິດ, ຕໍ່ມາກໍ່ແມ່ນການສ້າງຊົນລະປະທານແກ້ໄຂຄວາມຂາດເຂີນເຂົ້າກິນ ແລະ ຕໍ່ມາໃນຫລາຍສະໄໝແຫ່ງການນໍາພາຂອງອົງຄະນະພັກ ໂດຍສະເພາະຫລັງຈາກມີແນວທາງປ່ຽນແປງໃໝ່ຂອງພັກໃນປີ 1986 ເປັນຕົ້ນມາ, ນະຄອນຫລວງວຽງຈັນ ໄດ້ຮັບການຊີ້ນຳໂດຍກົງຈາກສູນກາງພັກ ແລະ ລັດຖະບານ ອັນໄດ້ເຮັດໃຫ້ ນວ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 72 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 151 |
![]() | ເດືອນນີ້ | 3646 |
![]() | ທັງໝົດ | 202519 |