ແລກປ່ຽນບົດຮຽນດ້ານວຽກງານການເມືອງ-ແນວຄິດ
ສະຫາຍ ເຂັມເພັດ ແພງດວງຈັນ ກຳມະການພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ໄດ້ນຳພາຄະນະ ຈຳນວນ 10 ສະຫາຍ ເດີນທາງຢ້ຽມຢາມ ແລະແລກປ່ຽນບົດຮຽນຮ່ວມກັບຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ລະຫວ່າງ ວັນທີ 25-29 ພະຈິກ 2019.
ສືບຕໍ່ຮ່ວມມື ແລະພັດທະນາວຽກງານການເມືອງ-ແນວຄິດ.
ເພື່ອຕອບຮັບຄຳເຊີນຂອງຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ, ຄະນະຜູ້ແທນໂຄສະນາສຶກສານະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ນຳໂດຍສະຫາຍ ຫງວຽນ ວັນ ຟອງ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ໄດ້ນຳຄະນະຢ້ຽມຢາມ - ເຮັດວຽກຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ, ໃນລະຫວ່າງວັນທີ 24-29 ມີນາ 2019.
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍການຜັງເມືອງ (ສະບັບປັບປຸງ) ກົດໝາຍວ່າດ້ວຍທາງຫຼວງ (ສະບັບປັບປຸງ) ຄຳສັ່ງຂອງທ່ານລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການຄຸ້ມຄອງເຂດສະຫງວນຂອງເສັ້ນທາງຢູ່ນະຄອນຫຼວງວຽງຈັນ ຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ
ວັນທີ 1 ມີນາ 2019 ທີ່ຜ່ານມາ ແຂວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະ 3 ແຂວງ (ນວ ແຂວງວຽງຈັນ ແລະ ແຂວງ ໄຊສົມ ບູນ) ຂຶ້ນ ໂດຍມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ພ້ອມດ້ວຍຮອງເຈົ້າແຂວງ ຮອງເຈົ້າຄອງ ນວ ບັນດາຫ້ອງການ ພະແນກການ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ.
ມີ 24 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 78 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 157 |
![]() | ເດືອນນີ້ | 3652 |
![]() | ທັງໝົດ | 202525 |