ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງ ໃນວັນທີ 30 ພະຈິກ 2022 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການປະຈໍາພັກ ກໍາມະການພັກ ເຈົ້າເມືອງ ຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ.
ໃນວັນທີ 29/11/2022 ຄະນະໂຄສະນາອົບຮົມ ເມືອງນາຊາຍທອງ ໄດ້ຈັດ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູສະໂມສອນເມືອງນາຊາຍທອງ ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ໂດຍທ່ານ ເຂັມເພັດ ແພງດວງຈັນ ອາດີດຄະນະພັກ, ອາດີດຫົວຫນ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ເມືອງນາຊາຍທອງ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າຫ້ອງການ ຮອງຫົວໜ້າຫ້ອງການ ເລຂາໜ່ວຍພັກໂຮງຮຽນ ເລຂາໜ່ວຍພັກ ເລຂາໜ່ວຍພັກນາຍບ້ານ 54 ບ້ານ ທົ່ວເມືອງ ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 150 ຄົນ ຍິ່ງ 33 ຄົນ.
ພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 28 ພະຈິກ 2022 ຢູ່ຫ້ອງປະຊຸມໃຫຍ່ສໍານັກງານປົກຄອງເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໃຫ້ກຽດປາຖະກະຖາໂດຍ ທ່ານ ເຂັມເພັດ ແພງດວງຈັນ ພະນັກງານອາວຸໂສບຳນານ, ອາດີດກຳມະການພັກ, ອາດີດຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ. ມີບັນດາສະຫາຍກໍາມະການປະຈຳພັກ, ກຳມະການພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກອງກຳລັງ ປກສ-ປກຊ, ຄູອາຈານ, ເລຂາໜ່ວຍພັກ, ນາຍບ້ານ 48 ບ້ານ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.
ປາຖະກະຖາ ເລົ່າມູນເຊື້ອວັນສຳຄັນຂອງຊາດ
ໃນຕອນເຊົ້າຂອງ ວັນທີ 22 ພະຈິກ 2022 ອົງການປົກຄອງເມືອງຈັນທະບູລີ ໄດ້ຈັດພິທີວາງກະຕ່າດອກໄມ້ໜ້າອະນຸສອນປະທານ ໄກສອນ ພົມວິຫານ, ພ້ອມດ່ຽວກັນນັ້ນໄດ້ຈັດຕັ້ງປາຖະກະຖາ ເລົ່າມູນເຊື້ອ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ໂດຍມີທ່ານ ດວງຕາ ສຸລິວົງ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ ພ້ອມທັງຄະນະການນຳເມືອງ ມີຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ, ຮອງນາຍບ້ານ ເຂົ້າຮ່ວມທັງໝົດ 125 ທ່ານ, ຍິງ 45 ທ່ານ.
ສອງວາລະສານພົບປະ ແລກປ່ຽນບົຮຽນນຳກັນ
ໃນວັນທີ 10 ພະຈິກ 2022 ຄະນະໂຄສະນາອົບຮົມນະຄອນຫຼວງ (ຜູ້ຮັບຜິດຊອບ ວາລະສານ ນະຄອນຫຼວງ) ແລກປ່ຽນບົດຮຽນ ກັບວາລະສານອະລຸນໃໝ່ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຊົງເລົ່າ ຍົງນູ ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງ ວາລະສານ ອະລຸນໃໝ່ ນຳໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ຄະນະພັກ ຄອ.ສພ ວ່າການຫົວໜ້າບັນນາທິການ ວາລະສານ ອະລຸນໃໝ່ ຫົວໜ້າພະແນກບັນນາທິການ, ວິຊາການ ແລະ ວາລະສານ ນະຄອນຫຼວງ ນຳໂດຍທ່ານ ນາງ ວິວົນທອງ ສຸລິວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ, ຮັກສາການຜູ້ຊີ້ນຳວຽກງານວາລະສານ ນະຄອນຫຼວງ ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການເຂົ້າຮ່ວມ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 67 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 146 |
![]() | ເດືອນນີ້ | 3641 |
![]() | ທັງໝົດ | 202514 |