ສີສັດຕະນາກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ຄັ້ງທີ VIII ຂອງນະຄອນຫຼວງວຽງຈັນ
ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໃຫ້ສະມາຊິກພັກ ແລະ ພະນັກງງານຫຼັກແຫຼ່ງພາຍໃນເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 18 ມິຖຸນາ 2026 ທີ່ສະໂມສອນອົງການປົກຄອງເມືອງສີສັດຕະນາກ ພາຍໃຕ້ການເປັນປະທານຂອງສະຫາຍ ອະໂນໄທ ຈັນທະລາສີ ເລຂາພັກເມືອງສີສັດຕະນາກ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ບັນດາຮອງເລຂາຄະນະພັກ, ກໍາມະການປະຈຳພັກ, ຄະນະພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ສະມາຊິກພັກແຕ່ລະຫ້ອງການ ແລະ ກຳລັງປກຊ-ປກສ, ເລຂາພັກບ້ານ-ນາຍບ້ານ ພາຍໃນເມືອງສີສັດຕະນາກ ເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ໄດ້ນໍາເອົາເນື້ອໃນຫຼາຍເອກະສານສຳຄັນຂອງພັກມາເຜີຍແຜ່ໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງສີສັກຕະນາກໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເປັນແນວທາງໃນການນໍາໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ມີຜົນສຳເລັດເປັນກ້າວໆ. ນັບແຕ່ນີ້ຫາປີ 2030 ເປັນຕົ້ນເອກະສານຄຳສັ່ງເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂຄງການການເມືອງຂອງພັກສະບັບທີ 3 ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030) ຂອງນະຄອນຫຼວງວຽງຈັນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ແລະ ຕິດພັນກັບມະຕິກອງປະຊຸມໃຫຍ່ຂອງພັກ ແລະ ຂອງນະຄອນຫຼວງວຽງຈັນ.

