ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ
ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນວ
…………………………………………………………………………………….
ໃນວັນທີ 26 ມິຖຸນາ 2026 ເມືອງໄຊເສດຖາ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງໄຊເສດຖາ ໃຫ້ແກ່ຄະນະນໍາ, ສະມາຊິກພັກ ແລະ ພະນັກງງານຫຼັກແຫຼ່ງພາຍໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ສະໂມສອນອົງການປົກຄອງເມືອງໄຊເສດຖາ ເປັນປະທານຂອງສະຫາຍ ນ. ບົວວອນ ສຸກລາແສງ ເລຂາພັກເມືອງໄຊເສດຖາ ມີຄະນະ ຕິດຕາມ, ກອງເລຂາຂັ້ນນະຄອນຫຼວງວຽງຈັນ, ມີບັນດາຮອງເລຂາຄະນະພັກ, ກໍາມະການປະຈຳພັກ, ຄະນະພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ສະມາຊິກພັກແຕ່ລະຫ້ອງການ ແລະ ກຳລັງປກຊ-ປກສ, ເລຂາພັກບ້ານ-ນາຍບ້ານ ພາຍໃນ ເຂົ້າຮ່ວມ.

ສະຫາຍ ນ. ບົວວອນ ສຸກລາແສງ ໄດ້ກ່າວເປີດພິທີ ພ້ອມທັງເຜີຍແຜ່, ເຊື່ອມຊຶມ ແລະ ນໍາເອົາເນື້ອໃນຫຼາຍເອກະສານສຳຄັນຂອງພັກ ມາເຜີຍແຜ່ໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງຫາດຊາຍຟອງໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເປັນແນວທາງໃນການນໍາໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານ ຂອງຕົນຮັບຜິດຊອບໃຫ້ມີຜົນ ສຳເລັດ. ຊຶ່ງສະຫາຍໄດ້ຍົກໃຫ້ເຫັນບາງຕອນວ່າ: ກອງປະຊຸມໃຫຍຜູ້ແທນທົ່ວປະເທດ ໄດ້ເສີມຂະຫຍາຍທາດແທ້ມູນ ເຊື້ອອັນດີງາມ ແລະ ຜົນງານອັນລໍ້າເລີດຂອງພັກ, ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ພິຈາລະນາ, ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ, ສັງລວມຄືນການປະຕິບັດພາລະກຳປະຫວັດສາດ ແລະ ຖອດຖອນບົດຮຽນດ້ານທິດສະດີ, ພຶດຕິກຳ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ ກູ້ຊາດ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ; ການປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກ ໃນ 40 ປີຜ່ານມາ ເຊິ່ງໄດ້ນໍາເອົາຄວາມມີຊີວິດຊີວາ ມາໃຫ້ສັງຄົມລາວ; ກໍາລັງແຮງບົ່ມຊ້ອນຂອງທົ່ວທັງຊາດ ໄດ້ຮັບການຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງແຂງ ແຮງ; ໂສມໜ້າຂອງປະເທດເຮົາ ມີການຫັນປ່ຽນໄປໃນທາງທີ່ຕັ້ງໜ້າ, ເສດຖະກິດແຫ່ງຊາດ ໄດ້ຫັນປ່ຽນຢ່າງຈະແຈ້ງ ຈາກພື້ນຖານເສດຖະກິດທຳມະຊາດ ແລະ ເຄິ່ງທໍາມະຊາດໄປສູ່ພື້ນຖານເສດຖະກິດ ທີ່ມີການນໍາພາຂອງພັກ, ການຄຸ້ມຄອງ-ດັດສົມຂອງລັດ ແລະ ການພົວພັນກັບຕ່າງປະເທດໄດ້ຮັບການເປີດກວ້າງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເປັນກ້າວໆ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນຂະຫຍາຍຕົວຂອງພັກເຮົາ, ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ ໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດ-ຈິນຕະນາ ສູ່ການກະທໍາຕົວຈິງ ເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ເກີດການຫັນປ່ຽນໃໝ່ ທີ່ແຂງແຮງ, ແລະ ຮອບດ້ານ ແນໃສ່ຍົກສູງບົດບາດ, ຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນຊາດ ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.

ນັບແຕ່ນີ້ຫາປີ 2030 ເປັນຕົ້ນເອກະສານຄຳສັ່ງເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂຄງການການເມືອງຂອງພັກສະບັບທີ 3 ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030) ຂອງນະຄອນຫຼວງວຽງຈັນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ແລະ ຕິດພັນກັບມະຕິກອງປະຊຸມໃຫຍ່ຂອງພັກ ແລະ ຂອງນະຄອນຫຼວງວຽງຈັນ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງໄຊເສດຖາ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງໄຊເສດຖາ ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນໍາໄປຈັດຕັ້ງປະຕິບັດ ໃຫ້ແທດເໝາະກັບສະພາບການຂອງຂະແໜງຕົນທີ່ຮັບຜິດຊອບ ໃຫ້ມີໝາກຜົນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ ໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປີ 2025 ໃຫ້ແກ່ໜ່ວຍພັກອ້າງຂ້າງເມືອງໄຊເສດຖາ ອີກຕື່ມ.
