ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປື້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຈັດຂຶ້ນໃນວັນທີ 15 ກໍລະກົດ 2025 ທຫ້ອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ ພາຍໃຕ້ເປັນປະທານໂດຍ ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ ແລະ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ອະດີດເລຂາຄະນະພັກ, ຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການພັກ ນະຄອນຫຼວງວຽງຈັນ, ກໍາມະການພັກ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ຄໍາພາວ ໂພຂາວ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ ຕາງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນລາຍງານ ແລະ ສະເໜີບົດ 70 ປີ ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງນະຄອນວຽງຈັນ ເພື່ອເປັນການສ້າງຂະບວນການ, ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກນະຄອນຫຼວງວຽງຈັນ ທີ່ຈະໄຂຂຶ້ນໃນປີ 2025; ເພື່ອຕອບສະໜອງໄດ້ຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ ຄັ້ງທີ III ອົງຄະນະພັກກໍາແພງນະຄອນວຽງຈັນ ຫຼື ນະຄອນຫຼວງຽງຈັນ ໄດ້ວາງຄາດໝາຍໄວ້ໃນປີ 1999, (ໃນລາຍງານການເມືອງ, ໜ້າທີ 36); ເຊິ່ງໄດ້ວາງຄາດໝາຍໃນການຄົ້ນຄວ້າ-ຂຽນ ຫຼື ສ້າງປື້ມເຫຼັ້ມນີ້ ກໍນັບວ່າເປັນເວລາຊາວຫ້າປີ; ເປັນການບັນທຶກປະຫວັດສາດ ອີກໜ້າໜຶ່ງ ຂອງນະຄອນຫລວງວຽງຈັນ, ເພື່ອເຮັດໃຫ້ຄົນຮຸ່ນປະຈຸບັນ ແລະ ຮຸ່ນຕໍ່ໆໄປ ສາມາດຮັບຮູ້ໄດ້ຜົນງານ, ຄຸນງາມຄວາມດີ, ຄວາມເສຍສະຫລະຊີວິດ ແລະ ເລືອດເນື້ອ ໃນການຕໍ່ສູ້ປົດປ່ອຍຊາດ ເພື່ອກອບກູ້ເອກະລາດ, ອິດສະຫລະພາບ ຈາກຈັກກະພັດຜູ້ຮຸກຮານ ທີ່ຕິດພັນກັບ ການກໍ່ຕັ້ງອົງ ຄະນະພັກແຂວງວຽງຈັນ (ແຂວງວຽງຈັນ ຕາເວັນອອກ, ແຂວງວຽງຈັນ ຕາເວັນຕົກ), ກໍາແພງນະຄອນວຽງຈັນ ຫຼື ນະຄອນຫຼວງວຽງຈັນ ໃນປະຈຸບັນນັບແຕ່ປີ 1950-2020; ເພື່ອຍົກໃຫ້ເຫັນ ຜົນງານຂອງອົງຄະນະພັກນະຄອນຫລວງວຽງຈັນ, ເຊິ່ງນັບແຕ່ເປັນຄະນະພັກແຂວງວຽງຈັນ (ແຂວງວຽງຈັນ ຕາເວັນອອກ, ແຂວງວຽງຈັນ ຕາເວັນຕົກ) ການດໍາເນີນກອງປະຊຸມໃຫຍ່ ນັບແຕ່ສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ 1 ຫາ ກອງປະຊຸມໃຫຍ່ ຄັ້ງທີ 7 ຫຼື ແລະ ຕະຫຼອດຮອດລາຍຊື່, ຮູບພາບຂອງບຸກຄົນໃນຄະນະບໍລິຫານງານພັກ, ຕໍາແໜ່ງພັກ, ຕໍາແໜ່ງລັດ, ນັບແຕ່ສະໄໝທີ 1-7 ແລະ ການປັບປຸງແຕ່ງຕັ້ງປ່ຽນແທນ ສະຫາຍເລຂາຄະນະບໍລິຫານງານພັກ-ເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ຕໍາແໜ່ງພັກທີ່ວ່າງລົງ ໃນແຕ່ລະສະໄໝຂອງກອງປະຊຸມຕາມກົດລະບຽບພັກປະຊາຊົນປະຕິວັດລາວ ໃນແຕ່ລະສະໄໝກອງປະຊຸມ. ພ້ອມດຽວກັນນັ້ນຍັງໄດ້ຮັບຟັງການປະກອບຄໍາຄິດ ຄໍາເຫັນ ຈາກພະນັກງານອາວຸໂສບໍານານ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ແລະ ປະທານກອງປະຊຸມກໍໄດ້ໃຫ້ທິດເຍືອງທາງ ເພື່ອຈະໄດ້ປັບປຸງຄືນ ແລະ ໄດ້ຈັດພິມແຈກກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ.