ສໍາເລັດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ XI, XII

 

ສໍາເລັດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ XI, XII  ຈັດຂຶ້ນໃນວັນທີ 17 ກໍລະກົດ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ພາຍໃຕ້ເປັນປະທານຂອງທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ,  ທ່ານ ພົງສະຫວັນ ສີລິພັນ ກໍາມະການພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກົມຈັດຕັ້ງ ກະຊວງສຶກສາ ແລະ ກິລາ, ຕາງໜ້າຈາກກົມຈັດຕັ້ງອົງການໄອຍະການປະຊາຊົນສູງສຸດ, ຄະນະໂຮງຮຽນ, ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ພົງສະຫວັນ ສີລິພັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ XI, XII ທັງນີ້ ກໍເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກໃຫ້ເລິກເຊິ່ງ ເຂົ້າສູ່ຊີວິດຕົວຈິງ ໂດຍສະເພາະການຜັນຂະຫຍາຍຕາມທິດນໍາຂອງພັກເພື່ອສ້າງການປ່ຽນແປງໃໝ່ ແບບວິທີຄົ້ນຄວ້າຮໍ່າຮຽນ ຍົກສູງຄຸນນະພາບວຽກງານສຶກສາຮໍ່າຮຽນທິດສະດີການເມືອງ ດໍາເນີນການຍົກລະດັບ ແລະ ສະໜອງຄວາມຮູ້ໃໝ່ໃຫ້ພະນັກງານ ສະມາຊິກພັກ ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ ໃກ້ຊິດຕິດແທດເຖິງສະພາບຕົວຈິງຂອງຄະນະປະຈຳພັກ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ການນໍາພາ-ຊີ້ນໍາດ້ານວິຊາການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຢ່າງແຂງແຮງ ເລິກເຊິ່ງ ແລະ ຕໍ່ເນື່ອງ.

ສຳລັບນັກສຶກສາທີ່ສຳເລັດການສຶກສາຮຸ່ນທີ XI ແມ່ນສະມາຊິກພັກ-ພະນັກງານທີ່ມາຈາກກະຊວງສຶກສາ ແລະ ກິລາ ມີນັກສຶກສາ 51 ທ່ານ ຍິງ 23 ທ່ານ ແລະ ຮຸ່ນທີ XII ແມ່ນສະມາຊິກ-ພະນັກງານມາຈາກອົງການໄອຍະການປະຊາຊົນສູງສຸດ ມີນັກສຶກສາ 60 ທ່ານ ຍິງ 29 ທ່ານ ທັງສອງຫ້ອງຮຽນມີນັກສຶກສາທັງໝົດ 111 ທ່ານ ຍິງ 52 ທ່ານ ໄດ້ດໍາເນີນການຮຽນ-ການສອນມາແຕ່ເດືອນ ມີນາ 2025 ຫຼັກສູດທິດສະດີການເມືອງຂັ້ນຕົ້ນປະກອບມີ ກຸ່ມວິຊາປັດຊະຍາມາກ-ເລນິນ ກຸ່ມວິຊາເສດຖະສາດການເມືອງມາກ-ເລີນ ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ວິຊາການເມືອງວິທະຍາ ວິຊາສັງຄົມສາດ ແນວຄິດ ໄກສອນ ພົມວິຫານ ກຸ່ມວິຊາພື້ນຖານກ່ຽວກັບການຄຸ້ມຄອງບໍລິຫານລັດ ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ ກຸ່ມວິຊາເຕັກນິກບໍລິຫານ.

ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ກໍໄດ້ມອບໃບຢັ້ງຢືນຂັ້ນຕົ້ນ ຮຸ່ນທີ XI, XII ແລະ ໃນພິທີກໍໄດ້ມອບໃບຍ້ອງ ຍໍໃຫ້ນັກສຶກສາຮຽນເກັ່ງ, ມີວິໄນດີ ປະເພດ I ຊຶ່ງມີທັງໝົດ 32 ສະຫາຍ, ຍິງ 14 ສະຫາຍ ແລະ ມອບໃບຍ້ອງຍໍໃຫ້ນັກສຶກສາຮຽນເກັ່ງ, ມີວິໄນດີ ປະເພດ II ຊຶ່ງມີທັງໝົດ 19 ສະຫາຍ, ຍິງ 9 ສະຫາຍ.

ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານຮອງເລຂາຄະພັກ ເພື່ອເປັນທິດທາງ, ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແລະ ການດໍາເນີນວຽກງານໃນຕໍ່ໜ້າ ອີກດ້ວຍ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa