ສືບຕໍ່ເຜີຍແຜ່ຄວາມຮູ້ໂຄງການລົດເມ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

============

     ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ປກສ ນະຄອນຫຼວງວຽງຈັນ ຈັດພິທີໂຄສະນາເຜີຍແຜ່ຄວາມຮັບຮູ້ເຂົ້າໃຈ ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ (BRT) ໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ໃນວັນທີ 17 ມິຖຸນາ 2026 ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ມີທ່ານ ສຸນທະລີ ບົວສີສະຫວັດ ຮອງຫົວໜ້າສັງລວມ ແລະ ພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ວຽງຄໍາ ສີສຸວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ, ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄູ-ອາຈານ, ນັກສຶກສາຈາກຄະນະຕ່າງ ຂອງ ມຊ ເຂົ້າຮ່ວມ.

     ທ່ານ ຄຳພັນ ວັນທະນາ ໄດ້ ຍົກໃຫ້ເຫັນຄວາມສຳຄັນຂອງໂຄງ ການດັ່ງກ່າວເຊິ່ງໂຄງການລົດເມດ່ວນ BRT ພາຍຫຼັງໂຄງການສຳເລັດສາມາດແກ້ໄຂສະພາບການຈະລາຈອນແອອັດ ໂດຍການສ້າງລະບົບຂົນສົ່ງສາທາລະນະທີ່ມີຄຸນນະພາບສູງດ້ວຍລົດເມ BRT ແທນການນຳໃຊ້ພາຫະນະສ່ວນຕົວເທື່ອລະກ້າວ ຫຼຸດຜ່ອນມົນລະພິດ ພ້ອມນີ້ການໃຊ້ບໍລິການລົດເມ BRT ຍັງຊ່ວຍປະຢັດຄ່າໃຊ້ຈ່າຍໂດຍສະເພາະຄ່ານໍ້າມັນລົດຂອງພະນັກງານ ກໍຄື: ນັກຮຽນ ນັກສຶກສາ ປັດຈຸບັນລົດເມ BRT ເປີດໃຫ້ບໍລິການບໍ່ເສຍຄ່າແຕ່ສະຖານີດົງໂດກ -ຕະຫຼາດເຊົ້າ-ສວນເຈົ້າ ຟ້າງຸ່ມ ຕັ້ງແຕ່ເວລາ 6:00, ໂມງເຊົ້າ ຫາ 22:00 ໂມງ ປັດຈຸບັນແມ່ນລັດຖະບານກຳລັງຄົ້ນຄວ້າຈະອອກນະໂຍບາຍກ່ຽວກັບປີ້ໂດຍສານແຍກປະເພດກຸ່ມ 1.ບຸກຄົນທົ່ວໄປ 2. ນັກຮຽນ-ນັກສຶກສາ 3. ພະນັກວານບຳນານຜູ້ເຖົ້າ, 4. ຄົນພິການ. 5. ເດັກນ້ອຍ ນັກບວດ ແລະ ນັກຮົບເກົ່າຂີ່ຟີບໍ່ເສຍຄ່າ.
    ໂອກາດນີ້ທ່ານ ພັທ ສັງຄົມ ພົມມະລາດ ໄດ້ເຜີຍແຜ່ກົດລະບຽບການຈະລາຈອນ ພ້ອມຮຽກຮ້ອງໃຫ້ນັກສຶກສາທຸກຄົນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນເພື່ອຫຼີກລ່ຽງການ ເກີດອຸບັດເຫດ ເພາະປັດຈຸບັນແນວໂນ້ມການເກີດອຸບັດເຫດແມ່ນບໍ່ມີທີທ່າທີ່ຈະຫຼຸດລົງ. ດັ່ງນັ້ນ, ທຸກຄົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອປະກອບສ່ວນຫຼຸດຜ່ອນການເກີດອຸບັດເຫດ ພ້ອມທັງໄດ້ເຜີຍແຜ່ເອ ກະສານກ່ຽວກັບການນຳໃຊ້ເສັ້ນທາງທີ່ມີການປ່ຽນແປງທິດການສັນຈອນ ເສັ້ນທາງໃນ ນວ ທັງນີ້ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກໍຄືນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ ສາມາດສັນຈອນໄປມາຢ່າງຖືກ ຕ້ອງຕາມກົດຈະລາຈອນ ນອກຈາກນີ້ໃນພິທີຜູ້ເຂົ້າຮ່ວມ ແລະ ຄະນະຮັບຜິດຊອບກໍໄດ້ປະກອບຄໍາຄິດຄໍາເຫັນ ສົນທະນາ ແລກປ່ຽນກ່ຽວກັບໂຄງການລົດເມ BRT ພ້ອມກັນນີ້ ຍັງມີກິດຈະກໍາຖາມ-ຕອບ ກ່ຽວກັບໂຄການລົດເມ BRT ສໍາລັບນ້ອງນັກສຶກສາ ແລະ ຜູ້ເຂົ້າຮ່ວມຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa