ສສຊ-ສສນວ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂົງເຂດການເມືອງ ນະຄອນຫຼວງວຽງຈັນ
ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ທັງ 2 ສະພາໄດ້ຮ່ວມລົງພົບປະກັບຜູ້ມີສິດເລືອກຕັ້ງພະນັກງານ-ລັດຖະກອນ ຂົງເຂດການເມືອງ ຢູ່ສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ໃນວັນທີ 15 ມິຖຸນາ 2026 ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຊຶ່ງນໍາພາໂດຍ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັດ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຄໍາແຫວນ ສິງບັນດິດ ຮອງປະທານຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ສຸລິຍະ ສະວີສຸກ ຫົວໜ້າຫ້ອງວ່າການສະພາ ປະຊາຊົນນະຄອນຫຼວງວຽງຈັນ ໂດຍມີບັນດານທ່ານ ຄະນະປະຈໍາພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂົງເຂດການເມືອງ ເຂົ້າຮ່ວມ.

ທັງ 2 ສະພາ ພ້ອມກັນນໍາສະເໜີ: ເຜີຍແຜ່ຕໍ່ກັບບັນດາເນື້ອໃນສໍາຄັນຕ່າງໆ ໂດຍສະເພາະກໍ່ແມ່ນຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາທັງ 2 ທີ່ໄດ້ພ້ອມກັນພິຈາລະນາຮັບຮອງເອົາບັນດາວຽກງານສໍາຄັນຢູ່ໃນແຕ່ລະຂົງເຂດ ຄື: ຂົງເຂດວຽກງານຂອງສະພາແຫ່ງຊາດ ແລະ ຂົງເຂດວຽກງານຂອງລັດຖະບານ.
ການລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຄັ້ງນີ້ຂອງທັງ 2 ສະພາ ກໍເພື່ອເປັນການສ້າງໂອກາດ ແລະ ເງື່ອນໄຂທີ່ດີ ໃນການແລກປ່ຽນຄໍາສະເໜີຄໍາຄິດຄໍາເຫັນຕ່າງໆ ລະຫວ່າງຜູ້ມີສິດເລືອກຕັ້ງກັບຕົວແທນຂອງປະຊາຊົນ ທີ່ສາມາດສະເໜີສ່ອງແສງເຖິງສະພາບ ແລະ ບັນຫາຕົວຈິງໃນສັງຄົມຕໍ່ປະກົດການຫຍໍ້ທໍ້ ຫຼື ບັນຫາອື່ນໆ ໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງພາກລັດ ເພື່ອໃຫ້ຊ່ວຍພິຈາລະນາແກ້ໄຂບັນຫາໃຫ້ຖືກຈຸດ ແລະ ກໍເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມ ແລະ ປະຊາຊົນໄດ້ເປັນຢ່າງດີ.

