ການນຳລົງມາຢ້ຽມຢາມ ແລະ ໃຫ້ທິດຊີ້ນຳກັບຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ

ການນຳລົງມາຢ້ຽມຢາມ ແລະ ໃຫ້ທິດຊີ້ນຳກັບຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ

=================
      ກອງປະຊຸມລົງມາຢ້ຽມຢາມ ແລະ ໃຫ້ທິດຊີ້ນຳຮອບດ້ານ ກັບ ຄະນະໂຄສະນາອົບຮົມ ນະຄອນ ຫຼວງວຽງຈັນ ຂອງສະຫາຍ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໂດຍການຕ້ອບຮັບຂອງສະຫາຍ ຄໍາສະຫວັນ ໂຄດໄຊ ກໍາມະການພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ ມີພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຕ້ອນຮັບ.

   
     ສະຫາຍ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ: ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ເປັນຮາກຖານພັກໜຶ່ງ ຂຶ້ນກັບອົງຄະນະພັກ ນະຄອນຫຼວງວຽງຈັນ; ໄດ້ມີການປັບປຸງກົງຈັກການຈັດຕັ້ງເບື້ອງພັກໃນໄລຍະຕົ້ນປີ 2026 ທີ່ຜ່ານມາ ຊຶ່ງໄດ້ຍຸບເລີກຄະນະພັກຮາກຖານ ຄອນວ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຄອນວ ຈໍານວນ 5 ໜ່ວຍພັກ ຕາມມະຕິຕົກລົງ ຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ ສະບັບເລກທີ 10/ຄປພ.ນວ, ລົງວັນທີ 12 ມັງກອນ 2026 ແລະ ແຍກເປັນໜ່ວຍພັກເອກະລາດ ຕາມສິດພາລະບົດບາດຂອງໃຜລາວ; ປະຈຸບັນ ພວກເຮົາເປັນໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ທີ່ປະກອບມີ 4 ຈຸພັກ ຄື: ຈຸພັກ ໂຄສະນາອົບຮົມ, ຈຸພັກ ສະຖາບັນຄົ້ນຄວ້າວິທະຍາສາດ-ສັງຄົມ, ຈຸພັກ ວິທະຍຸ-ໂທລະພາບນະຄອນຫຼວງວຽງຈັນ, ຈຸພັກ ວິຊາການກອງໜັງສືພິມວຽງຈັນໃໝ່ ແລະ ຖະແຫຼງຂ່າວ ຕາມມະຕິຕົກລົງ ຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ ສະບັບເລກທີ 11/ຄປພ.ນວ, ລົງວັນທີ 12 ມັງກອນ 2026 ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ.
      ໃນໄລຍະຜ່ານມາ ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດໜ້າທີ່ວຽກງານວິຊາສະເພາະຂອງຕົນທີ່ໄດ້ຮັບມອບໝາຍ ຍູ້ແຮງການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ທົ່ວນະຄອນຫຼວງວຽງຈັນ ຕິດພັນກັບຂະບວນການ ກະກຽມດໍາເນີນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V; ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໄດ້ມີຜົນສໍາເລັດຫຼາຍດ້ານ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງທິດຊີ້ນໍາຈາກປະທານກອງປະຊຸມ ພ້ອມທັງໃຫ້ທິດເຍືອງທາງໃນແຜນວຽກຈຸດສຸມຕໍ່ໜ້າອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa