ກອງປະຊຸມຄົບຄະນະບໍລິຫານງານ ນະຄອນຫລວງວຽງຈັນ ເປີດກວ້າງ ຄັ້ງທີ 12

ກອງປະຊຸມຄົບຄະນະບໍລິຫານງານ ນະຄອນຫລວງວຽງຈັນ ເປີດກວ້າງ ຄັ້ງທີ 12

       ໃນວັນທີ 20 ກຸມພາ 2024 ນະຄອນຫລວງວຽງຈັນ ໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 12 ສະໄໝທີ VII ປະຈໍາປີ 2023 ພາຍໃຕ້ເປັນປະທານຂອງສະຫາຍ ປອ. ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ອາດສະພັງທອງ ສີພັນດອນ ຮອງລາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາສະຫາຍກໍາມະການປະຈໍາພັກ, ບັນດາສະຫາຍເລຂາພັກເມືອງ, ເຈົ້າເມືອງ 9 ເມືອງ ແລະ ບັນດາສະຫາຍຫົວໜ້າພະແນກການ-ອົງການທຽບເທົ່າຂັ້ນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

   
      ກອງປະຊຸມ ສະຫາຍເລຂາຄະນະພັກ ນະຄອນຫລວງວຽງຈັນ ໄດ້ເຜີຍແຜ່ເອກະສານກ່ຽວກັບ “ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໝາຍເຖິງເສດຖະກິດໃດໜຶ່ງ ທີ່ມີຄວາມພະຍາຍາມອອກຈາກລະບົບເສດຖະກິດ ເພິ່ງພາ ແລະ ເອື່ອຍອີງ ໃຫ້ກາຍເປັນເຈົ້າຕົນເອງ ຢ່າງໜັກແໜ້ນ” ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງໄດ້ເນັ້ນ 8 ບັນຫາ ດັ່ງນີ້: 1. ສະຖຽນລະພາບເສດຖະກິດມະຫາພາກ ຍັງມີຄວາມບອບບາງ ແລະ ຍັງບໍ່ມີຄວາມໝັ້ນທ່ຽງ; 2. ສະພາບຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ໜີ້ສິນສາທາລະນະ ຍັງໜັກໜ່ວງ; 3. ການຄຸ້ມຄອງງົບປະມານ ຍັງບໍ່ທັນດີເທົ່າທີ່ຄວນ; 4. ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ດ້ານການເງິນ ຢູ່ທ້ອງຖິ່ນ ຍັງບໍ່ທັນສອດຄ່ອງ; 5. ການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍ ຍັງບໍ່ທັນເຂັ້ມງວດ, ຍັງບໍ່ທັນໂລ່ງລ່ຽນ ແລະ ມີຫລາຍຂັ້ນຫລາຍຂອດ; 6. ການພັດທະນາ ແລະ ຂະຫຍາຍນໍາໃຊ້ເຄື່ອງທັນສະໄໝ ເຂົ້າໃນການຄຸ້ມຄອງເກັບລາຍຮັບ ຍັງຊັກຊ້າ; 7. ຄວາມເປັນເຈົ້າການຂອງບັນດາຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ; 8. ການແກ້ໄຂ ຜົນການກວດສອບ-ກວດກາ. 8 ບັນຫາດັ່ງກ່າວມານັ້ນ ທັງແມ່ນສິ່ງທ້າທາຍທົດສອບ, ເປັນເປົ້າໝາຍ ທີ່ຕ້ອງສຸມໃສ່ແກ້ໄຂ ໃຫ້ມີລັກສະນະບຸກທະລຸ ແລະ ເຮັດໃຫ້ຂາດຕົວແທ້.
      ສັງລວມແລ້ວ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດ ໃຈຮັກຊາດ, ເສຍສະຫລະເພື່ອສ່ວນລວມ, ຊື່ສັດບໍລິສຸດ ພ້ອມກັນຈັດຕັ້ງບັນດາມາດຕະການຕ່າງໆ ຢ່າງຈິງຈັງ ຄືກັບນັກຮົບປະຕິວັດໃນສະໜາມຮົບຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ສະໜາມຮົບແກ້ໄຂຂໍ້ຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາກໍາປະເຊີນຢູ່ ໃນປັດຈຸບັນ.
      ກອງປະຊຸມໄດ້ດໍາເນີນເປັນເວລາ 1 ວັນ ປະທານກອງປະຊຸມຍັງມີຄໍາຖາມເຈາະຈີ້ມຕໍ່ກັບບັນດາຂະແໜງການຕ່າງໆ ແລະ ພ້ອມກັນແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໃນຕໍ່ໜ້າ ໃຫ້ເປັນຮູບປະທໍາ.
ພາບ+ຂ່າວ: ອານຸສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa