ກອງປະຊຸມທາງໄກລະຫວ່າງພັກກອມມູນິດແຂວງຫູໜານ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ກອງປະຊຸມທາງໄກລະຫວ່າງພັກກອມມູນິດແຂວງຫູໜານ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ນວ

       ໃນວັນທີ 15 ມີນາ 2024 ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວີດີໂອທາງໄກ (Video-Conference) ການແລກປ່ຽນປະສົບການ ໃນຫົວຂໍ້: “ການແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ” ລະຫວ່າງ ໂຮງຮຽນພັກກອມມູນິດ ແຂວງຫູໜານ (ສະຖາບັນການປົກຄອງ ແຂວງຫູໜານ) ການເຂົ້າຮ່ວມເປັນຄະນະປະທານ ຝ່າຍລາວ ທ່ານ ພວນສະຫວັນ ອອນລັດບຸນມີ ວ່າການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະໄໝ ຜາຈະເລີນສຸກ ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ, ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ; ຝ່າຍຈີນ ພາຍໃຕ້ເປັນປະທານຂອງທ່ານ ຈ້າວ ຂາຍໝີງ ຮອງຫົວໜ້າໂຮງຮຽນພັກກອມມູນິດ ແຂວງຫູໜານ ຜູ້ປະຈໍາການສະຖາບັນການປົກຄອງ ແຂວງຫູໜານ ພ້ອມດ້ວຍຄະນະ, ນັກສໍາມະນາກອນ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

   
       ກອງປະຊຸມວີດີໂອທາງໄກ ທັງສອງຝ່າຍໄດ້ມີການແລກປ່ຽນປະສົບການ ໃນຫົວຂໍ້: “ການແກ້ໄຂຄວາມທຸກຍາກຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ” ໂດຍຝ່າຍລາວ ໄດ້ນໍາສະເໜີຫົວຂໍ້: “ວຽກງານການຫຼຸດຜ່ອນຄວາມທຸກຍາກ ຢູ່ນະຄອນຫຼວງວຽງຈັນ”; ຝ່າຍຈີນ ໄດ້ນໍາສະເໜີ 05 ຫົວຂໍ້: 1. ແນະນໍາການອອກແບບລະດັບສູງ ຂອງການຫຼຸດຜ່ອນຄວາມທຸກຍາກຢ່າງມີເປົ້າໝາຍ ແລະ ຈຸດສຸມ ແຂວງຫູໜານ, 2. ແນະນໍາປະສົບການ ໃນການແກ້ໄຂຄວາມທຸກຍາກ, 3. ຕາງໜ້າໃຫ້ຄະນະໜ່ວຍງານປັບປຸງຊົນນະບົດໃໝ່ຂອງໂຮງຮຽນພັກແຂວງ ປະຈໍາຢູ່ບ້ານຫົງຮວາ, 4. ບຸກຄົນຂັ້ນສູງແຫ່ງຊາດໃນການແກ້ໄຂຄວາມທຸກຍາກ ແລະ 5. ຕາງໜ້າບ້ານ ຖໍ້າ 18.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa