ງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ພິທີດັ່ງກ່າວຈັດຂື້ນ ໃນວັນທີ 8 ກຸມພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີບັນດາສະຫາຍກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ບັນດາຜູ້ນໍາພັກ-ລັດ, ອະດີດຜູ້ນໍາພັກ-ລັດ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມສາລະຄະດີ ຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ຂອງຄະນະຮັບຜິດຊອບຊີ້ນໍາການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ໄດ້ລາຍງານສະພາບການກະກຽມງານດັ່ງກ່າວ ບາງຕອນທ່ານໄດ້ກ່າວວ່າ :

ການຈັດຕັ້ງງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນມື້ນີ້ ເປັນການຈົດຈໍາລໍ້າລຶກຄຸນງາມຄວາມດີ, ວິລະກຳອັນລໍ້າເລີດຂອງເພິ່ນທີ່ມີຜົນງານໃຫຍ່ຫຼວງ ຕໍ່ປະເທດຊາດ ແລະ ປະຊາຊົນເຮົາ ຕາມມູນເຊື້ອທີ່ວ່າ “ໄດ້ກິນນໍ້າຢ່າລືມບໍ່, ໄດ້ກິນໝາກ ບໍ່ລືມຜູ້ປູກ” ເຊິ່ງນີ້ກໍເພື່ອເປັນການເຊີດຊູກຽດຕິຄຸນ, ສຳນຶກໃນຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາຮຸ່ນຕ່າງໆ.

ສະຫາຍ ບຸນທອງ ຈິດມະນີ ກໍໄດ້ຂຶ້ນກ່າວສັນລະເສີນ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເຊິ່ງມີບາງຕອນສຳຄັນວ່າ: ” ມື້ນີ້ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມກັນຈັດຕັ້ງອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.

ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາສະຫາຍການນໍາຮຸ່ນກໍ່ຕັ້ງຂອງພັກເຮົາ, ອະດີດປະທານພັກ-ປະທານປະເທດ, ອະດີດນາຍົກລັດຖະມົນຕີ, ອະດີດເສນາທິການ-ຜູ້ບັນຊາການກອງທັບປະຊາຊົນລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ. ຕະຫຼອດໄລຍະຂອງການປະຕິວັດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮ່ວມກັບໝູ່ສະຫາຍ ເປັນເຈົ້າການນໍາພາ, ບັນຊາກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າດຳເນີນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ທັບມ້າງສິ່ງກີດຂວາງຕ່າງໆ ແລະ ກ້າວຂຶ້ນຕາມເສັ້ນທາງທີ່ພັກເຮົາໄດ້ກຳນົດໄວ້ຢ່າງມີໄຊ.

ປັດຈຸບັນ, ເຖິງວ່າເພິ່ນຈະມີອາຍຸສູງ ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ການນໍາພາຂອງພັກ, ການຄຸ້ມຄອງ-ບໍລິຫານຂອງລັດ, ຍາມໃດ ເພິ່ນກໍບໍ່ລົດລະໃນການໃຫ້ຄໍາແນະນໍາ ທີ່ເປັນປະໂຫຍດແກ່ປະເທດຊາດ, ແກ່ພັກ, ແກ່ການປະຕິວັດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ.

ເນື່ອງໃນໂອກາດວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີນີ້, ພັກ-ລັດ ແລະ ປວງຊົນລາວທັງຊາດ ຂໍສັນລະເສີນ ແລະ ເຊີດຊູກຽດຕິຄຸນ, ຈົດຈໍາຄຸນງາມຄວາມດີອັນໃຫຍ່ຫຼວງ, ການອຸທິດຕົນ ແລະ ຄວາມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ກໍຄືພາລະກິດປະຕິວັດຂອງພັກເຮົາ. ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເຫັນແຈ້ງຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ຈະເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ແໜ້ນໜາ ໃນທົ່ວພັກ ແລະ ທົ່ວປວງຊົນທັງຊາດ, ຕັ້ງໜ້າຮໍ່າຮຽນຄຸນສົມບັດສິນທໍາປະຕິວັດ, ແບບແຜນເຮັດວຽກ-ແບບແຜນດຳລົງຊີວິດ, ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ເຂົ້າໃນການສືບທອດ ແລະ ເສີ່ມຂະຫຍາຍພາລະກິດປະຕິວັດຂອງເພິ່ນ ກໍຄືຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໃຫ້ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.

ຶ ຂໍອວຍພອນໄຊອັນປະເສີດ ແດ່ ປະທານ ຄໍາໄຕ ສີພັນດອນ ຈົ່ງມີສຸຂະພາບແຂງແຮງ, ມີອາຍຸໝັ້ນຂວັນຍືນ, ເປັນຮົ່ມໂພຮົ່ມໄຊ ໃຫ້ປະເທດຊາດບ້ານເມືອງຂອງພວກເຮົາຕໍ່ໆໄປ.

ພາຍໃນງານນ້ອງນັກຮຽນຈາກໂຮງຮຽນ ມ.ສ ມິດຕະພາບ ລາວ-ຫວຽດນາມ ສະມາຊິກເຍົາວະຊົນ ໄດ້ຕາງໜ້າໃຫ້ເຍົາວະຊົນທົ່ວປະເທດ ຂຶ້ນກ່າວກາບກອນ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງກາບກອນດັ່ງກ່າວ ແມ່ນແຕ່ງໂດຍ ພະອາຈານ ໄພວັນ ມາລາວົງ ນັກກະວີລາງວັນຊີໄຣ ປີ 2019.

ນອກນີ້, ບັນດາສະຫາຍການນໍາພັກ-ລັດ ແລະ ບັນດາສະຫາຍທີ່ເຂົ້າຮ່ວມງານ ຍັງໄດ້ຢ້ຽມຊົມຮູບພາບ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ຈັດວາງສະແດງພາຍໃນງານຄັ້ງນີ້ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa