ຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໄຂກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ IV

     ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2024 ເປັນປະທານຂອງສະຫາຍ ສົມຊາຍ ແສງປະດິດ ກໍາມະການປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທະວີໄຊ ເໝົາຊົມພູ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງສີໂຄດຕະບອງ.
     ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງພາກ ແຕ່ປີ 2019-2023 ແລະ ທິດທາງແຜນການ ແຕ່ປີ 2024-2028 ແລະ ຮັບຮອງເອົາບົດລາຍງານການເມືອງ ພ້ອມທັງຜ່ານບົດສຳຫຼວດການນຳພາລວມຂອງໜ່ວຍພັກ ໃນໄລຍະຜ່ານມາ. ທັງນີ້ຍັງໄດ້ຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ. ນອກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ລົງສະໝັກ 03 ສະຫາຍ, ເລືອກເອົາ 02 ສະຫາຍ ໂດຍເປັນເອກະສັນເລືອກເອົາ ສະຫາຍ ສົມຊາຍ ແສງປະດິດ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ຫັດສະດີ ອຸທຸມມະຈັກ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກເມືອງສີໂຄດຕະບອງ. ພິເສດກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ທະວີໄຊ ເໝົາຊົມພູ ເລຂາພັກເມືອງ-ເຈົ້າເມືອງສີໂຄດຕະບອງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa