===========
ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 2 ຈັດຂຶ້ນໃນວັນທີ 03 ມິຖຸນາ 2026 ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສີລິລາດທອງສິນ ທອງເພັງ, ຮອງເລຂາພັກ, ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກອົງການປົກຄອງ, ປະທານຄະນະກໍາມະການປົກຄອງ 9 ເມືອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ກ່າວເປີດ ແລະ ພ້ອມທັງມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສັງລວມ ແລະ ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານໃນເດືອນຜ່ານມາ. ກໍຈະມີການປຶກສາຫາລືພິຈາລະນາວຽກງານສຳຄັນ ເພື່ອມີຄວາມເປັນເອກະພາບຮ່ວມກັນໃນແຕ່ລະບັນຫາ; ຈາກນັ້ນ ພວກເຮົາກໍຈະໄດ້ມີການກຳນົດ ໜ້າວຽກສຳຄັນໃນ 1 ເດືອນຕໍ່ໜ້າ ເພື່ອຮັບປະກັນ ການຄຸ້ມຄອງບໍລິຫານ, ບໍລິການສັງຄົມ ຂອງນະຄອນຫຼວງວຽງຈັນ ໃຫ້ມີຄວາມຄ່ອງຕົວ, ສຳຄັນກໍແມ່ນ ເດືອນຕໍ່ໜ້ານີ້ ແລະ ຢາກໃຫ້ສະມາຊິກອົງການປົກຄອງໄດ້ປະກອບຄໍາເຫັນ ເພື່ອໃຫ້ວຽກງານໃນຕໍ່ໜ້າມີຄວາມໂລ່ງລ່ຽນ ແລະ ປະຕິບັດໄດ້ຕາມແຜນການທີ່ວາງໄວ້ ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກອົງການປົກຄອງ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ ເອົາໃຈໃສ່ ປະກອບຄຳຄິດເຫັນ ໃສ່ແຕ່ລະຫົວຂໍ້, ແຕ່ລະເນື້ອໃນເອກະສານທີ່ຈະໄດ້ນຳຜ່ານກອງປະຊຸມຄັ້ງນີ້ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອທີ່ ທີ່ອຸດົມສົມບູນ, ຮັບປະກັນຄວາມເປັນເອກະພາບໃນລະດັບສູງ, ຮັບປະກັນຄວາມສອດຄ່ອງດ້ານລະບຽບການ ແລະ ແທດເຖິງຕົວຈິງ ຕໍ່ແຕ່ລະເນື້ອໃນທີ່ຕັ້ງຂຶ້ນ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຄວາມພ້ອມຮັບມືກັບສະພາບນໍ້າຖ້ວມຂັງ ແລະ ນໍ້າຖ້ວມໃນລະດູຝົນທີ່ຈະມາເຖິງນີ້ ຢູ່ນະຄອນຫຼວງວຽງຈັນ; ຮັບຟັງການລາຍງານ ກ່ຽວກັບການເຝົ້າລະວັງການແຜ່ລະບາດຂອງພະຍາດໄຂ້ຍຖງໃນຊ່ວງລະດູຝົນ; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ MOU ວ່າດ້ວຍການສຶກສາຄວາມເປັນໄປໄດ້ ເພື່ອຮ່ວມມືໃນການພັດທະນາລະບົບໂປຣແກຣມ ເພື່ອຫັນວຽກງານຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ເປັນທັນສະໄໝ ຄັ້ງວັນທີ 25 ທັນວາ 2024; ຮັບຟັງການລາຍງານ ກ່ຽວກັບການກ່ຽວກັບຫົວໜ່ວຍລາຄາຊົດເຊີຍເນື້ອທີ່ດິນ, ຜົນລະປູກ ແລະ ສິ່ງປຸກສ້າງທີ່ຖືກຜົນກະທົບກັບເຫດການດິນຫຍຸບ, ດິນແຕກແຫງ ຢູ່ເຂດບ້ານທົ່ງມັ່ງ ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂອງບໍລິສັດບໍ່ແຮ່ປຸຍກາລີ ລາວ-ຈີນ ຈໍາກັດ ຮ່ວມກັບບໍລິສັດ ຫຍຸຍຢວນ ໂປຣຕາສອຸດົມສົມບູນ ຈໍາກັດຜູ້ດຽວ; ຮັບຟັງການລາຍງານ ກ່ຽວກັບການກໍານົດລາຄາຊົດເຊີຍໂຄງການພັດທະນາແຫຼ່ງທ່ອງທ່ຽວ ໃນເຂດສະຫງວນຄອງນໍ້າວຽງຈັນ ຢູ່ເຂດບຶງທາດຫຼວງ ຂອງບໍລິສັດພູຫຼວງ ການລົງທຶນ ຈໍາກັດ; ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການສໍາປະທານທີ່ດິນ ບ້ານຜາສຸກ ຫຼັກ 32 ເມືອງໄຊທານີ ຂອງບໍລິສັດ ວຽງຈັນ ບໍລິຫານຂີ້ເຫຍື້ອ ຈໍາກັດ; ຮັບຟັງການລາຍງານ ກ່ຽວກັບການສະເໜີສ້າງຕັ້ງບໍລິສັດ ຮ່ວມທຶນ ເພື່ອບໍລິການລົດເມ ລະຫວ່າງ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ກັບ ບໍລິສັດ ເພັດອາລຸນ ຂົນສົ່ງສິນຄ້າ ແລະ ໂດຍສານ ທັງພານໃນ ແລະ ຕ່າງປະເທດ ຈໍາກັດຜູ້ດຽວ; ຮັບບຟັງການລາຍງານ ກ່ຽວກັບສະພາບພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ແຜນວຽກຈຸດສຸມປະຈຳ ເດືອນມິຖຸນາ 2026 ຂອງອົງການປົກຄອງນະຄອນຫຼວງວຽງຈັນ.
