ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026

ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026

==============
       ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026 ຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 25 ພຶດສະພາ 2026 ນີ້ ຢູ່ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ບົວສອນ ບຸບຜາວັນ ອາດີດການນໍາຂັ້ນສູງຂອງສູນກາງ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ, ທ່ານ ສີລິລາດທອງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໂດຍມີກໍາມະການປະຈໍາພັກ, ກໍາມະການພັກ, ເລຂາພັກເມືອງ 9 ເມືອງ, ປະທານຄະນະກໍາມະການປົກຄອງເມືອງ 9 ເມືອງ, ຫົວໜ້າພະແນກການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ນາງ ວິໄລວອນ ຈັນທະລາຕີ ກໍາມະການປະຈໍາພັກ, ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງຈັນ, ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026 ຂອງນະຄອນຫຼວງວຽງຈັນ, ເຊິ່ງແຜນດັ່ງກ່າວ ເປັນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໂຄງການ ການເມືອງ ສະບັບທີ 3 ຂອງພັກ, ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວນະຄອນຫຼວງວຽງຈັນ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫຼວງວຽງຈັນ ໃຫ້ກາຍເປັນແນວທາງການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານ ເພື່ອບັນລຸເປົ້າໝາຍທີ່ວາງໄວ້.

   
       ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs 2030 ຂອງ ສປຊ), ມະຕິ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການ ການເມືອງ ສະບັບທີ 3, ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035).
ເພື່ອປະຕິບັດ 7 ທິດທາງລວມ; 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X, ນະຄອນຫຼວງວຽງຈັນ. ໄດ້ຜັນຂະຫຍາຍມາເປັນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫຼວງວຽງຈັນ, ຊຶ່ງໄດ້ກໍານົດ 7 ທິດທາງລວມ, 6 ເປົ້າໝາຍ, 24 ແຜນວຽກຈຸດສຸມ ດັ່ງນີ້:
    1) ຮັບປະກັນສະຖຽນລະພາບການເມືອງ ຢ່າງໜັກແໜ້ນ, ສັງຄົມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງຮາກຖານການເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ;
    2) ຍົກສູງລະດັບຄູນນະພາບຊີວິດຂອງປະຊາຊົນ ໃຫ້ສູງຂຶ້ນ, ກະກຽມຄວາມພ້ອມຮອບດ້ານ ເພື່ອປະກອບ ສ່ວນຊຸກຍູ້ພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ;
    3) ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ບໍ່ສ້າງໜີ້ສິນໜັກໜ່ວງ; ຄຸ້ມຄອງ-ບໍລິຫານເສດຖະກິດ ໄປຕາມກົດໝາຍ, ລະບຽບການ ແລະ ສອດຄ່ອງກັບກົນໄກຕະຫຼາດ ທີ່ມີການດັດສົມ ແລະ ຄຸ້ມຄອງຂອງລັດ; ພັດທະນາເສດຖະກິດໃຫ້ເຂັ້ມແຂງ ເອກະລາດ ເປັນເຈົ້າຕົ້ນເອງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຄຸນນະພາບສູງ;
    4) ເອົາໃຈໃສ່ພັດທະນາລະບົບພື້ນຖານໂຄງລ່າງຕົວເມືອງ ທີ່ມີຄຸນນະພາບ, ລະບົບສາທາລະນຸປະໂພກໃຫ້ພຽງພໍ; ມີສະພາບແວດລ້ອມທີ່ດີ, ອາກາດສົດຊື່ນ, ປ່າໄມ້ສີຂຽວ, ແມ່ນໍ້າໄສ, ບໍ່ມີຂີ້ເຫຍື່ອ; ທົນທານໄພພິບັດຕ່າງໆ ໄດ້ດີ;
    5) ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ປັບປຸງ ແລະ ຂະຫຍາຍຕາໜ່າງການສຶກສາ ຢ່າງເປັນລະບົບຕໍ່ເນື່ອງ; ມີລະບົບປ້ອງກັນ ແລະ ຮັກສຸຂະພາບ ທີ່ດີ; ສົ່ງເສີມວັດທະນາທໍາ ທີ່ເປັນເອກະລັກ ອັນດີງາມຂອງຊາດ, ຄົນນະຄອນຫຼວງ ຮ່ວມກັນສົ່ງເສີມສິນລະປະ-ວັດທະນະທໍາລາວ;
    6) ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດແຫ່ງກົດ ໝາຍ; ຊາວນະຄອນຫຼວງວຽງຈັນ ປະຕິບັດກົດໝາຍ ຢ່າງເຂັ້ມງວດ; ຫັນການບໍລິຫານລັດ-ບໍລິການສັງ ຄົມ ເປັນທັນສະໄໝ;
    7) ເຄື່ອນໄຫວວຽກງານການຕ່າງປະເທດຢ່າງເປັນເຈົ້າການ ແລະ ຫ້າວຫັນ ໃຫ້ໄດ້ຮັບຄວາມເຊື່ອໜັ້ນ, ໄດ້ຮັບການສະໜັບສະໜຸນ ແລະ ຊ່ວຍເຫຼືອຈາກເພື່ອນມິດ, ມີບົດບາດພົ້ນເດັ່ນສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
     ເພື່ອໃຫ້ສາມາດບັນລຸເປົ້າໝາຍ ແລະ ທິດທາງໜ້າທີ່ລວມ ຂອງແຜນການ 5 ປີ ຄັ້ງທີ X ຈະຕ້ອງໄດ້ສຸມໃສ່ 6 ເປົ້າໝາຍໃຫຍ່ ຄື: (1) ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທຸກທ່າແຮງບົ່ມຊ້ອນເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມໜັກແໜ້ນ, ໜັ້ນທ່ຽງ ແລະ ຍືນຍົງ; (2) ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ຮູ້ນໍາໃຊ້ເຕັກໂນໂລຊີທັນສະໄໝ, (3) ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ-ສັງຄົມ ໃຫ້ຂະຫຍາຍຕົວດ້ວຍຄຸນນະພາບສູງຂຶ້ນ; (4) ປົກປັກຮັກສາຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; (5) ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ (6) ການຄຸ້ມຄອງ ແລະ ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.
    ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງທິດຊີ້ນໍາ ຈາກປະທານກອງປະຊຸມ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຊຸມປີຜ່ານມາ, ເຊິ່ງໄດ້ຊີ້ໃຫ້ເຫັນເຖິງສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ພວກເຮົາພວມປະເຊີນໜ້າ ໃນປັດຈຸບັນ. ອີງຕາມທິດຊີ້ນຳອັນເລິກເຊິ່ງຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ເນັ້ນໜັກ ວ່າ: ພວກເຮົາຈະບໍ່ສືບຕໍ່ເປັນປະເທດທີ່ເພິ່ງພາ ແລະ ເກາະຫ້ອຍອີກຕໍ່ໄປ, ແຕ່ຕ້ອງສ້າງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຢ່າງແທ້ຈິງ, ບົນພື້ນນຖານນັ້ນ ນະຄອນຫຼວງວຽງຈັນ ຂອງພວກເຮົາ, ໃນຖານະທີ່ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ – ສັງຄົມ ຂອງປະເທດ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕ້ອງເຮັດຢ່າງເລິກເຊິ່ງເຖິງຖອງ ຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa