ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

      ວັນທີ 9 ມິຖຸນາ 2026 ຄະນະພັກ-ຄະນະກໍາມະການປົກຄອງເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງຂອງເມືອງໄຊທານີຂຶ້ນຢູ່ທີ່ສະໂມສອນ ເມືອງໄຊທານີ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ,ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ,ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ,ທ່ານ ວຽງຄຳ ສີຫາໂຄດ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາຄະນະບໍ ລິຫານງານພັກເມືອງໄຊທານີ,ມີຫົວໜ້າພະແນກ,ຮອງພະແນກການ,ກໍາມະການປະຈໍາພັກ,ກໍາມະການ ພັກເມືອງ,ຫົວໜ້າຫ້ອງການ,ຮອງຫ້ອງການ,ປະທານຄະນະກໍາມະການປົກຄອງຕາແສງ, ຜູ້ອໍານວຍ ການໂຮງຮຽນ,ເລຂາພັກບ້ານ,ນາຍບ້ານທົ່ວເມືອງໄຊທານີເຂົ້າຮ່ວມ.
          ໃນພິທີທ່ານບົວລີສີຫາລາດຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາ ພັກນະຄອນຫຼວງວຽງຈັນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍມະການປະຈໍາພັກເມືອງໄຊທານີ ສະບັບເລກທີ 235/ຄປພ.ນວ,ລົງວັນທີ 3 ມິຖຸນາ 2026 ແລະ ຂໍ້ຕົກລົງຂອງປະທານຄະນະກໍາມະ ການປົກຄອງນະຄອນຫຼວງວຽງຈັນວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງເມືອງໄຊທານີ ສະບັບເລກທີ 326/ຄປ.ນວ,ລົງວັນທີ 02 ມິຖຸນາ 2026 ໂດຍແຕ່ງຕັ້ງ ທ່ານ ວໍລະເດດ ໂຄດສີເມືອງ ເປັນກໍາມະການປະຈໍາພັກ,ຮອງປະທານຄະນະກໍາມະການປົກຄອງເມືອງໄຊທານີຜູ້ໃໝ່.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa