ສ້າງຄວາມຮັບຮູ້ທິດສະດີ ແລະ ພຶດຕິກຳ ໃຫ້ສົມຄູ່ເຂົ້າໃນການນໍາພາ
===============
ກອງປະຊຸມສໍາມະນາວິທະຍາສາດດ້ານວິຊາການ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງປັກກິ່ງ ຈັດຂຶ້ນວັນທີ 4 ມິຖຸນາ 2026 ຢູ່ທີ່ສະໂມສອນໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີສະຫາຍ ປອ ໂພຄຳ ໄຊຍະສອນ ກຳມະການປະຈຳພັກ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກໍາມະການພັກ, ເລຂາຄະນະພັກຮາກຖານ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ສະຫາຍ ຈາງ ລິນ ທູດທີ່ປືກສາສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍ ບັນດາການນຳນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ: ການສໍາມະນາໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເພື່ອສ້າງຄວາມຮັບຮູ້ການນໍາໃຊ້ທິດສະດີ ແລະ ພຶດຕິກຳ ໃຫ້ສົມຄູ່ເຂົ້າໃນການນໍາພາ ແລະ ຈັດຕັ້ງປະຕິບັດຕົວຈິງ ບົດຮຽນຂອງພັກກອມມູນິດຈີນ ເຊິ່ງພວກເຮົາຈະໄດ້ພ້ອມກັນ ຮັບຟັງການລາຍງານ ແລະ ພ້ອມກັນແລກປ່ຽນບົດຮຽນໃນ 4 ຫົວຂໍ້ສໍາຄັນຄື: 1. ຈິດໃຈພັກກອມມູນິດຈີນ ຕາມຮອຍການປະຕິວັດຂອງ ຫຼື ຕ້າເຈົ້າ ຢູ່ປັກກິ່ງ 2. ແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນສະໄໝໃໝ່ ໄດ້ບຸກເບີກຂົງເຂດໃໝ່ໃນການ ຫັນປ່ຽນລັດທິມາກໃຫ້ເຂົ້າກັບຈີນ ແລະ ເຂົ້າກັບຍຸກສະໄໝ 3. ເສັ້ນທາງການປະຕິບັດ ແລະ ຄວາມຄາດຫວັງໃນອະນາຄົດ ຂອງນະຄອນຫຼວງປັກກິ່ງ ການກໍ່ສ້າງ “ນະຄອນແຫ່ງສິລະປະການສະແດງ” 4. ຮຽນຮູ້ ແລະ ເຂົ້າໃຈລະບຽບວິໄນ ຮູ້ແຈ້ງ ແລະ ປະຕິບັດ ຕາມລະບຽບວິໄນ ການແຍກວິເຄາະ “ລະບຽບການກ່ຽວກັບ ການລົງວິໄນ ຂອງພັກກອມມູນິດຈີນ” ເຊິ່ງເນື້ອໃນ 4 ຫົວຂໍ້ດັ່ງກ່າວນີ້ ເປັນການຄົ້ນຄວ້າຂອງນັກວິທະຍາດ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງປັກກິ່ງ ໄດ້ນຳມາເຜີຍແຜ່ໃຫ້ຄະນະນຳ ນະຄອນຫຼວງວຽງຈັນ, ຄະນະນໍາຂັ້ນເມືອງ, ຂັ້ນບ້ານ ພະນັກງານກໍ່ສ້າງຮາກຖານການເມືອງ ຄູ-ອາຈານ ແລະ ນັກສຶກສາ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດແຫ່ງການເປັນຄູ່ຮ່ວມຊະຕາກຳ.
ຫວັງຢ່າງຍິ່ງ ວ່າບັນດາສະຫາຍຄະນະນໍາແຕ່ລະຂັ້ນ ແຕ່ລະພະແນກການບັນດາສະຫາຍ ຄູ-ອາຈານ ພະນັກງານສະມາຊິກພັກ ຈະພ້ອມກັນຄົ້ນຄວ້າ ຕິດຕາມ ແລະ ປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ການສຳມະນາໃນຄັ້ງນີ້ ມີເນື້ອໃນອຸດົມສົມບູນ ມີບັນຍາກາດທີ່ຟົດຟື້ນ ແລະ ຖອດຖອນບົດຮຽນທີ່ດີ ເພື່ອຈະໄດ້ນໍາໄປໝູນໃຊ້-ຜັນຂະຫຍາຍຢ່າງແຂງແຮງ ເຂົ້າໃນການປະຕິບັດໜ້າ ທີ່ວຽກງານຕົວຈິງຂອງບັນດາສະຫາຍໃຫ້ມີຜົນສໍາເລັດເປັນຢ່າງດີ ແລະ ມີປະສິດທິຜົນສູງສຸດ.
