ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

=============
      ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 15 ພຶດສະພາ 2026 ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ສະຫາຍ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ, ມີຄະນະປະຈໍາພັກ, ຄະນະພັກ, ຄະນະພັກ 2 ກອງບັນຊາການ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ, ພະແນກການ-ອົງການທຽບເທົ່າ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

     ສະຫາຍ ທະວີໄຊ ເໝົາຊົມພູ ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ໃນຊຸມປີຜ່ານມາ ພ້ອມນັ້ນ ໄດ້ຊີ້ໃຫ້ເຫັນເຖິງສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ພວກເຮົາພວມປະເຊີນໜ້າ ອີງຕາມທິດຊີ້ນຳ ອັນເລິກເຊິ່ງ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ໃນກອງປະຊຸມເຊື່ອມຊຶມຂັ້ນສູນກາງ ໄດ້ເນັ້ນວ່າ: “ການເຊື່ອມຊຶມມະຕິຄັ້ງນີ້ ແມ່ນການສືບຕໍ່ ບຸກທະລຸທາງດ້ານຈິນຕະນາການຍົກສູງ ຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວ ໜຽວແໜ້ນ ສ້າງພູມຕ້ານທານໃໝ່ ເພື່ອໃຫ້ປະເທດເຮົາລຸກຂຶ້ນ ແລະ ເດີນໜ້າໄປໄດ້ດ້ວຍລຳແຂ່ງ ລຳຂາຂອງຕົນເອງ” ພວກເຮົາຈະບໍ່ສືບຕໍ່ ເປັນປະເທດທີ່ເພິ່ງພາ ແລະ ເກາະຫ້ອຍອີກຕໍ່ໄປ ແຕ່ຕ້ອງສ້າງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຢ່າງແທ້ຈິງ. ສຳລັບນະຄອນຫຼວງວຽງຈັນ ໃນຖານະທີ່ເປັນສູນກາງທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳ ຂອງປະ ເທດຊາດ ການຜັນຂະຫຍາຍມະຕິ XII ຂອງສູນກາງ ຕ້ອງຕິດພັນ ຢ່າງສະໜິດແໜ້ນ ກັບການຈັດຕັ້ງປະຕິບັດມະຕິ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫຼວງວຽງຈັນ.
    ເພື່ອເຮັດແນວນັ້ນໄດ້ ພວກເຮົາຕ້ອງໄດ້ສຸມໃສ່ບາງບັນຫາ ຄື: ຕ້ອງສືບຕໍ່ຍູ້ແຮງການລົງທຶນ ທຸກພາກສ່ວນ ໂດຍສະເພາະ ຮູບແບບ PPP (ລັດຮ່ວມເອກະຊົນ) ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງການເຊື່ອມຈອດ ແລະ ສ້າງ ນະຄອນຫຼວງວຽງຈັນ ໃຫ້ກາຍເປັນເມືອງທັນສະໄໝ ສີຂຽວ ແລະ ຍືນຍົງ ຕ້ອງປັບປຸງການຄຸ້ມຄອງບໍລິຫານ ພາກລັດ ໃຫ້ຫັນເປັນທັນສະໄໝ ໂປ່ງໃສ ເດັດດ່ຽວຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ແລະ ເພີ່ມແຫຼ່ງລາຍຮັບ ໃຫ້ໝັ້ນທ່ຽງ ຕ້ອງແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ ໂດຍສະເພາະ ການຄຸ້ມຄອງຊັບພະຍາກອນ ທີ່ດິນສິ່ງແວດລ້ອມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ນະຄອນຫຼວງວຽງຈັນ ໃຫ້ດີຂຶ້ນຢ່າງຈະແຈ້ງ.
     ກອງປະຊຸມຄັ້ງນີ້ ບໍ່ແມ່ນພຽງແຕ່ມາຮັບຟັງແລ້ວຜ່ານໄປ ແຕ່ເປັນການປຸກລະດົມແນວຄິດ-ຈິດໃຈ ເພື່ອຫັນເອົາ ແນວທາງຂອງພັກ ມາເປັນແຜນການ ໂຄງການ ແລະ ການກະທຳຕົວຈິງ.
    ໂອກາດນີ້ ສະຫາຍ ທະວີໄຊ ເໝົາຊົມພູ ໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຄະນະພັກ ທຸກຂັ້ນທີ່ເຂົ້າຮ່ວມກອງ ປະຊຸມໃນມື້ນີ້ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນ ຕັ້ງໜ້າຄົ້ນຄວ້າ ກໍາແໜ້ນບັນຫາຫຼັກການທັດສະນະ ແລະ ທິດທາງ ຈຸດສຸມຕ່າງໆ ທີ່ໄດ້ກໍານົດໄວ້ໃນມະຕິ ພ້ອມກັນ ນຳເອົາເນື້ອໃນ ຈິດໃຈດັ່ງກ່າວ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ການເມືອງ ຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນໃຫ້ເກີດດອກ ອອກຜົນ ເປັນຮູບປະທຳ.
     ພ້ອມນີ້ ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ເຊື່ອມຊຶມເອກະສານ ການຈັດຕັ້ງຜັນຫຍາຍ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງ ນະຄອນຫຼວງວຽງຈັນ ຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ຮັບຟັງ ການຜ່ານ ຄໍາແນະນໍາ ຂອງຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ສະບັບເລກທີ 210/ຄປພ.ນວ ຈາກສະຫາຍ ຄໍາສະຫວັນ ໂຄດໄຊ ຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa