ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ
ນະຄອນຫຼວງວຽງຈັນ ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະປີ 2021-2025 ແລະ ທິດທາງຮອດປີ 2030 ທົ່ວນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະ ຄອນຫຼວງວຽງຈັນ ໂດຍມີສະຫາຍ ສີລິລາດທອງສິນ ທອງເພັງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ມີຄະນະປະຈໍາສະພາປະຊາຊົນ ນະຄອນຫຼວງວຽງຈັນ, ກໍາມະການປະຈໍາພັກ, ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະບໍລິຫານງງານພັກເມືອງ 9 ເມືອງ, ຫົວໜ້າພະແນກ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງ ທີ່ລົງກໍ່ສ້າງຮາກຖານການເມືອງ ຂັ້ນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາເຖິງໝາກຜົນໃນໄລຍະຜ່ານມາ (2021-2025) ຂອງວຽກງານກໍ່ສ້າງຮາກຖານການເມືອງ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຈາກສະຫາຍ ທະວີໄຊ ເໝົາສົມພູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ. ຊຶ່ງໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ສະບັບເລກທີ 206/ຄປພ.ນວ, ລົງ ວັນທີ 17 ມີນາ 2023, ມະຕິວ່າດ້ວຍການຜັນຂະຫຍາຍການຈັດຕັ້ງປະຕິບັດ, ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 233/ຄລສພ ລົງວັນທີ 7 ພະຈິກ 2022 ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະ ນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ນະຄອນຫຼວງວຽງຈັນ ມີ 9 ຕົວເມືອງ, (ມີ 4 ເມືອງ ໃນເຂດເທດສະບານ, 05 ເມືອງເປັນເຂດຊານເມືອງ) ມີ 481 ບ້ານ, ຮັບຮອງ 33 ຕາ ແສງ ປະກາດ 01 ຕາແສງ, ມີ 187,406 ຫຼັງຄາເຮືອນ, ມີ 182,281 ຄອບຄົວ, ມີພົນລະເມືອງ 902,848 ຄົນ, ຍິງ 457,526 ຄົນ, ມີຊາຍແດນຕິດຈອດກັບຣາຊາອານາຈັກໄທ ຍາວ 187 ກິໂລແມັດ, ມີ 6 ເມືອງ, ມີ 101 ບ້ານ ແລະ 17 ດອນ, ມີພະນັກງານລົງກໍ່ຮາກຖານການເມືອງຢູ່ 09 ຕົວເມືອງ ມີ 1,236 ສະຫາຍ, ຍິງ 125 ສະຫາຍ, ໃນນີ້ມີກຳລັງ ປກສ 410 ສະຫາຍ, ຍິງ 14 ສະຫາຍ, ກຳລັງ ປກຊ 129 ສະຫາຍ, ຍິງ 11 ສະຫາຍ, ພະນັກງານປົກຄອງນະຄອນຫຼວງ ແລະ ເມືອງ ມີທັງໝົດ 697 ສະຫາຍ, ຍິງ 100 ສະຫາຍ, ພະນັກງານຈາກນະຄອນຫຼວງວຽງຈັນ ມີທັງໝົດ 41 ສະຫາຍ, ຍິງ 09 ສະຫາຍ, ເສຍຊີວິດ 1 ສະຫາຍ.

ໄດ້ເຝິກອົບຮົມໃຫ້ພະນັກງານຂອງນະຄອນຫຼວງວຽງຈັນ ຈໍານວນ 95 ສະຫາຍ ທີ່ລົງຊ່ວຍເມືອງ, ພ້ອມທັງ ປະກອບບັນດານິຕິກຳ ແລະ ເອກະສານສໍາຄັນຕ່າງໆ ທີ່ກ່ຽວຂ້ອງຈໍານວນໜຶ່ງເພື່ອເປັນຄູ່ມື ສໍາລັບການລົງກໍ່ສ້າງຮາກຖານ ໃນຄັ້ງນີ້, ພະນັກງານທັງໝົດ ກໍໄດ້ລົງໄປສົມທົບກັບແຕ່ລະເມືອງ ໂດຍເປີດກອງປະຊຸມ ຄົ້ນຄ້ວາເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ແຜນວຽກຕ່າງໆ ຂອງນະຄອນຫຼວງວຽງຈັນ ແລະກຳນົດກົນໄກລົງໄປຫາບ້ານຮ່ວມກັນ, ແຕ່ລະເມືອງໄດ້ແຕ່ງຕັ້ງພະນັກງານຂອງເມືອງ ຮ່ວມກັບພະນັກງານຂອງນະຄອນຫຼວງວຽງຈັນ ລົງໄປຫາບ້ານຕາມແຜນວຽກທີ່ໄດ້ກຳນົດໄວ້. ພ້ອມທັງຜັນຂະຫຍາຍ ເປັນນິຕິກຳຂອງຂັ້ນເມືອງ ເປັນບ່ອນອີງລົງໄປປະຕິບັດເປັນຕົ້ນແມ່ນແຜນວຽກ ແລະ ຂັດແບ່ງພະນັກງານຂອງເມືອງນໍາພາລົງໄປແຕ່ລະບ້ານ ຈາກນັ້ນ ກໍໄດ້ກະກຽມບັນດາເອກະສານ, ນິຕິກຳຕ່າງໆ, ຂໍ້ມູນຮອບ 2 ແລະ ງົບປະມານ ເພື່ອລົງປະຕິບັດຕົວຈິງຮ່ວມກັບຮາກຖານບ້ານ ພ້ອມທັງສ້າງແຜນການເຄື່ອນໄຫວວຽກງານຂອງພະນັກງານ ຂັ້ນນະຄອນຫຼວງວຽງຈັນ ແລະ ພະນັກງານຂັ້ນເມືອງຮ່ວມກັນ ແລະແຈ້ງການ ໃນການລົງໄປເຮັດວຽກກັບຂັ້ນຮາກຖານບ້ານ.

ແຕ່ລະເມືອງໄດ້ສຸມໃສ່ເປີດຂະບວນການ ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຫັນເອົາພະນັກງານບັນດາພະແນກການ-ອົງການທຽບເທົ່າຂັ້ນນະຄອນຫຼວງວຽງຈັນ ລົງນໍາພາ ປັບປຸງລະບົບການເມືອງ ແລະ ແກ້ໄຂບັນຫາຮ່ວມກັນຢູ່ຂັ້ນຮາກຖານບ້ານ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງມີຜົນສໍາເລັດໂດຍສັງເຂບຄື:
ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງການຈັດຕັ້ງຮາກຖານພັກຂັ້ນຕ່າງໆ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກແຕ່ລະຂັ້ນ, ການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ ໂດຍຖືເອົາຄຸນນະພາບເປັນກົກ ຕິດພັນກັບການຂະຫຍາຍພັກ ເຮັດໃຫ້ຈຳນວນສະມາຊິກພັກ ເພີ່ມຂຶ້ນ; ປະຈຸບັນທົ່ວ ນະຄອນຫຼວງວຽງຈັນ ມີ 9 ອົງຄະນະພັກເມືອງ, 2 ອົງຄະນະພັກກອງບັນຊາການ ປກຊ-ປກສ, ມີ 76 ຄະນະພັກຮາກຖານ ທຽບໃສ່ 2020 ຫຼຸດລົງ 4 ໜ່ວຍ; ມີໜ່ວຍພັກຮາກຖານ 534 ໜ່ວຍ, ຫຼຸດລົງ 80 ໜ່ວຍ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະ ພັກຮາກຖານ 696 ໜ່ວຍ ທຽບໃສ່ 2020 ຫຼຸດລົງ 20 ໜ່ວຍ; ມີສະມາຊິກພັກທັງໝົດ 26.641 ສະຫາຍ, ຍິງ 8.934 ສະຫາຍ, ທຽບໃສ່ປີ 2020 ເພີ່ມຂຶ້ນ 4.835 ສະຫາຍ; ຂະຫຍາຍສະມາຊິກພັກໃໝ່ ໄດ້ 6.837 ສະຫາຍ, ຍິງ 896 ສະຫາຍ ລື່ນຄາດໝາຍ 51,93%, ໃນ 5 ປີຜ່ານມາ ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 86,99% ຂອງໜ່ວຍພັກທັງໝົດ ລື່ນຄາດໝາຍ 6,99%; ໄດ້ອອກບັດ-ມອບບັດສະມາຊິກພັກ ຈຳນວນ 1,089 ສະຫາຍ ຍິງ 368 ສະຫາຍ; ໄດ້ເອົາໃຈໃສ່ ບຳລຸງກໍ່ສ້າງ ແລະ ສັບຊ້ອນພະນັກງານ ໂດຍຕິດພັນກັບການປະເມີນຜົນການປະຕິບັດ ວຽກງານ ຕາມລະບຽບການ ແລະ ແຜນກຳນົດພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ຮັບປະກັນລັກສະນະສືບທອດປ່ຽນ ແທນ; ທົ່ວນະຄອນຫຼວງວຽງຈັນ ມີພະນັກງານ-ລັດຖະກອນ ທັງໝົດ 8.739 ສະຫາຍ, ຍິງ 4.954 ສະຫາຍ; ພະນັກງານສ່ວນຫຼາຍ ໄດ້ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ແລະ ທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ, ໃນ 5 ປີຜ່ານມາໄດ້ທັງໝົດ 6.326 ສະຫາຍ, ຍິງ 2.165 ສະຫາຍ; ໃນນັ້ນ ກໍ່ສ້າງພະນັກງານເພດຍິງ ຂັ້ນນະຄອນຫຼວງ, ເມືອງ ແລະ ບ້ານ ໄດ້ 49,31%, ລື່ນຄາດໝາຍ 19,31%.

ສໍາເລັດການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ແລະ ສົມເຫດສົມຜົນ ໂຮມກົງຈັກການຈັດຕັ້ງຈາກ 31 ຫົວ ໜ່ວຍເປັນ 27 ຫົວໜ່ວຍ, ຫຼຸດກົງຈັກຊ່ວຍວຽກຈາກ 174 ຂະແໜງ, ຍັງເຫຼືອ 156 ຂະແໜງ;
ໄດ້ຈັດຕັ້ງການຝຶກອົບຮົມກົດໝາຍ 45 ວັນໃຫ້ຮາກຖານບ້ານ ແລະ ກຸ່ມບ້ານຢູ່ໃນ 9 ເມືອງໄດ້ 4 ຊຸດ, ປະເມີນຄອບຄົວແບບຢ່າງໃນການປະຕິບັດກົດໝາຍໄດ້ທັງໝົດ 147,737 ຄອບຄົວກວມເອົາ 96% ໃນຈໍານວນຄອບຄົວທັງໝົດ, ສ້າງບ້ານແບບຢ່າງໃນການປະຕິບັດກົດໝາຍໄດ້ ທັງໝົດ 403 ບ້ານ, ກວມເອົາ 83% ໃນຈໍານວນບ້ານທັງໝົດ; ປັບປຸງແບບແຜນກົນໄກການບໍລິຫານຄະດີ ໃຫ້ມີຄວາມວ່ອງໄວ, ມີຄຸນນະພາບດີຂຶ້ນ ຊຶ່ງສານປະຊາຊົນ ສາມາດແກ້ໄຂ ຄະດີໄດ້ 7,238 ເລື່ອງ, ໄອຍະການປະຊາຊົນ ສາມາດແກ້ໄຂຄະດີ ໄດ້ 14.416 ເລື່ອງ, ໄດ້ປະຕິບັດຄໍາຕັດສິນຂອງສານສໍາເລັດ ແລະ ປິດສໍານວນຄະດີອາຍາໄດ້ 229 ເລື່ອງ, ພວມປະຕິບັດ 9.925 ເລື່ອງ, ຄະດີແພ່ງປະຕິບັດສໍາເລັດໄດ້ 482 ເລື່ອງ, ພວມປະຕິບັດ 1.659 ເລື່ອງ, ໄດ້ຈັດຝຶກອົບຮົມສ້າງບ້ານປະຕິບັດກວດໝາຍໄດ້ 403 ບ້ານ, ກວມ 83%;
ສໍາເລັດການສ້າງຕັ້ງຕາແສງຊ້າງມີໄຊ ເຊິ່ງເປັນຕາແສງທໍາອິດ ຂອງນະຄອນຫຼວງວຽງຈັນ ແລະ ໄດ້ຈັດພິທີປະກາດຢ່າງເປັນທາງການໃນວັນທີ 30 ທັນວາ 2025.
ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງທິດຊີ້ນໍາ ຈາກປະທານກອງປະຊຸມ ພ້ອມທັງໃຫ້ທິດເຍືອງທາງ ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແຕ່ນີ້ຮອດປີ 2030 ອີກດ້ວຍ.
