ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025
================
ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ໃນວັນທີ 12 ມິຖຸນາ 2026 ຢູ່ທີ່ຫ້ອງວ່າການປົກຄອງນະຄອນ ຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ທະວີໄຊ ເໝົາສົມພູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ, ສະຫາຍ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ, ກໍາມະການປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກໍາມະການປະຈໍາພັກ, ເລຂາຄະນະພັກເມືອງ 9 ເມືອງ, ປະທານກວດກາເມືອງ ແລະ ຫົວຄະນະຈັດຕັ້ງເມືອງ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ພ້ອມດ້ວຍ ປະທານກວດກາພັກ ແລະ ຜູ້ເຮັດວຽກຈັດຕັ້ງ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພູທອນ ແກ້ວດວງມະນີ ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ:ປະຈຸບັນທົ່ວອົງຄະນະພັກ ນະຄອນຫຼວງວຽງຈັນ ປະກອບມີ 9 ອົງຄະນະພັກເມືອງ, 2 ອົງຄະນະພັກກອງບັນຊາການ, ມີ 77 ຄະນະພັກຮາກຖານ ທຽບໃສ່ປີ 2024 ແມ່ນຫຼຸດລົງ 4 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 1.173 ໜ່ວຍພັກ ທຽບໃສ່ປີ 2024 ຫຼຸດລົງ 35 ໜ່ວຍພັກ; ໃນນີ້ ມີໜ່ວຍພັກຮາກຖານ 477 ໜ່ວຍພັກ ທຽບໃສ່ປີ 2024 ຫຼຸດລົງ 137 ໜ່ວຍພັກ ແລະ ໜ່ວຍພັກທີ່ຂຶ້ນກັບ 696 ໜ່ວຍພັກ ທຽບໃສ່ປີ 2024 ເພີ້ມຂຶ້ນ 102 ໜ່ວຍພັກ, ສາເຫດທີ່ຫຼຸດລົງ ແລະ ເພີ້ມຂຶ້ນ ຍ້ອນວ່າ: ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນແມ່ນມີການຍຸບເລີກ, ໂຮມເຂົ້າກັນ ແລະ ໜ່ວຍພັກທີ່ຂຶ້ນກັບແມ່ນສ້າງຂຶ້ນໃໝ່.

ປີ 2024 ຜ່ານມາ, ໜ່ວຍພັກທີ່ໄດ້ຮັບການຕີລາຄາແບ່ງປະເພດທັງໝົດ 1.131 ໜ່ວຍພັກ, ປະເພດກາງ 59 ໜ່ວຍພັກ; ປະເພດອ່ອນ 9 ໜ່ວຍພັກ ແລະ ບໍ່ໄດ້ແບ່ງປະເພດ 77 ໜ່ວຍພັກ; ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 1.063 ໜ່ວຍພັກ.
ໃນປີ 2025 ທົ່ວອົງຄະນະພັກ ນະຄອນຫຼວງວຽຈັນ ມີສະມາຊິກພັກທັງໝົດ 26.493 ສະຫາຍ, ຍິງ 9.138 ສະຫາຍ ທຽບໃສ່ປີ 2024 ເພີ່ມຂຶ້ນ 287 ສະຫາຍ, ຍິງ 257 ສະຫາຍ; ສະມາຊິກພັກສົມບູນ 25.933ສະຫາຍ, ຍິງ 9.003 ສະຫາຍ ທຽບໃສ່ປີ 2024 ເພີ່ມຂຶ້ນ 1.041 ສະຫາຍ, ຍິງ 639 ສະຫາຍ; ສະມາຊິກພັກສຳຮອງ 483 ສະຫາຍ, ຍິງ 135 ສະຫາຍ ທຽບໃສ່ປີ 2024 ຫຼຸດລົງ 831 ສະຫາຍ, ຍິງ 377 ສະຫາຍ.
ໃນປີ 2025 ໜ່ວຍພັກທີ່ໄດ້ສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ ແລະ ດຳເນີນການຕີລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ ມີຈຳນວນ 25.677 ສະຫາຍ ແລະ ມີ 1.045 ໜ່ວຍພັກ; ໃນນັ້ນໜ່ວຍພັກ ທີ່ບໍ່ໄດ້ສະເໜີ ມີ 128 ໜ່ວຍພັກ, (ຍ້ອນວ່າມີການຍຸບ, ໂຮມເຂົ້າກັນ ແລະ ສ້າງຕັ້ງໃໝ່).

ຕອນທ້າຍຂອງກອງປະຊຸມປະທານກອງປະຊຸມ ໄດ້ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ຄັ້ງນີ້ໄດ້ໄຂຂຶ້ນເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ ເດັດດ່ຽວປັບປຸງ, ແກ້ໄຂຈຸດອອ່ນຂໍ້ຄົງຄ້າງ ແລະ ສິ່ງທ້າທ້າຍທົດສອບທີ່ເປັນອັນຕະລາຍຕໍ່ພັກເຮົາແນ່ໃສເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ. ໜັກແໜ້ນ. ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ. ເພື່ອຮັບປະກັນເຮັດໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໜ່ພັກເຮົາມີຄວາມຈຳເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊີກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ຊຶ່ງມັນໄດ້ສະແດງອອກຕາມທີ່ ສະຫາຍ ປອ ພູທອນ ແກ້ວດວງມະນີ ໄດ້ລາຍງານຜ່ານໄປນັ້ນ ຂ້າພະເຈົ້າຮັບຮູ້ໄດ້ເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຫັນໄດ້ຜົນສຳເລັດຫລາຍດ້ານທີ່ພວກສະຫາຍ ພ້ອມກັນເຮັດສຳເລັດໜ້າທີ່ຢ່າງຮອບດ້ານ. ນະເວລາອັນມີຄວາມສຳຄັນນີ້ ຕາງໜ້າໃຫ້ ຄະນະປະຈຳພັກ-ອົງການປົກຄອງນະຄອນຫຼວງວຽງຈັນ.
ຜົນສໍາເລັດທີ່ພວກເຮົາຍາດມາໄດ້ ແມ່ນໃຫຍ່ຫຼວງ ແລະ ມີຄວາມໝາຍສໍາຄັນຢ່າງເລິກເຊີ່ງແທ້ ແຕ່ມັນຍັງເປັນພຽງແຕ່ຜົນສໍາເລັດເບື້ອງຕົ້ນ ໃນກາານຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ໃນບົດສະຫຼຸບທີ່ລາຍງານຕໍ່ກອງປະຊຸມພວກສະຫາຍກໍ່ໄດ້ຊີ້ໃຫ້ເຫັນວ່າ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ຄຽງຂ້າງກັບຜົນສໍາເລັດ ທີ່ກ່າວມາຂ້າງເທີງນັ້ນຍັງມີຈຸດອ່ອນ ຂໍ້ຄົງຄ້າງຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນແມ່ນ ຄວາມເຂົ້າໃຈ ຂະບວນການການເມີນ ສະມາຂີກພັກ ແລະ ໜ່ວຍພັກຍັງບໍ່ທັນໜັກແໜ້ນ ບໍ່ເລິກເຊີ່ງ ແລະ ບໍ່ທັນເປັນເອກະພາບເຮັດໃຫ້ການຊີ້ນໍາຜັນຂະຫຍາຍ ກໍ່ຍັງມີລັກສະນະຢຸດໆ ຢ່ອນໆ ແບບລວມໆ ບໍ່ທັນກໍານົດແຈ້ງ ເນື້ອໃນ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກຈຸດສຸມ ທີ່ຕ້ອງໄດ້ເຮັດຢູ່ແຕ່ລະ ໜ່ວຍພັກ ການປຸກລະດົມສະມາຊິກພັກໃຫ້ຕື່ນຕົວ ແລະ ບືນຕົວພັດທະນາຕົນເອງ ແລະ ຄອບຄົວ ດ້ວຍການນໍາໃຊ້ທຸກຄວາມອາດສາມາດຂຸດຄົ້ນນໍາໃຊ້ແມ່ແຮງ ແລະ ປັດໄຈເອື້ອອໍານວຍຄວາມສະດວກທີ່ມີການປຸກລະດົມ ສ້າງເງື່ອນໄຂ ປະກອບສ່ວນເຂົ້າຮ່ວມຂະບວນການ ກໍ່ສ້າງໜ່ວຍພັກ, ປອດໃສ, ເຊັ້ມແຂງ, ໝັກແໜ້ນ ກໍ່ຍັງບໍ່ໄດ້ທັນຮັບຄວາມເອົາໃຈໃສ່ ເທົ່າທີ່ຄວນ.

ສໍາລັບທິດທາງໃນຕໍ່ໜ້າກໍ່ເຫັນດີ ເອກະພາບກັບບົດລາຍງານ ຕໍ່ກອງປະຊຸມ ແຕ່ຂ້າພະເຈົ້າ ຖືໂອກາດອັນມີຄວາມໝາຍຄວາມສໍາຄັນມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມຕື່ມບາງບັນຫາດັ່ງນີ້:
1. ຄະນະພັກແຕ່ລະຂັ້ນຕ້ອງເຊື່ອມຊື່ມ, ກໍາແໜ້ນຕາມຄໍາສັ່ງ ຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໝັກແໜ້ນ ແລະ ຄໍາແນະຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ໃຫ້ເລິກເຊິ່ງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ;
2. ຄະນະພັກທຸກຂັ້ນ ຕ້ອງຄົ້ນຄວ້າ, ເຊຶ່ອມ, ກໍາແໜ້ນເນື້ອໃນຄໍາສັ່ງ ກ່ຽວກັບການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ໃຫ້ເລິກເຊິ່ງ, ຫັນເປັນແຜນງານໂຄງການ, ຄາດໝາຍສູ້ຊົນຂອງອົງຄະນະພັກຂັ້ນຂອງຕົນພ້ອມທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ຮັບຜິດຊອບຜົນໄດ້ຜົນເສຍຕໍ່ຄະນະພັກໃນວຽກງານດັ່ງກ່າວ.
3. ຄະນະໜ່ວຍພັກຕ້ອງສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະປີ ພ້ອມທັງສຸ້ຊົນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, 1 ປີຕ້ອງດໍາເນີນການກວດກາ, ຕີລາຄາປະເມີນຜົນ ເພື່ອຢັ້ງຢຶນຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກ.
4. ຄະນະກວດກາພັກແຕ່ລະຂັ້ນ ເປັນເຈົ້າການຕິດຕາມ, ກວດກາການຈັດຕັ້ງປະຕິບັດຄໍາສັ່ງ ຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໝັກແໜ້ນ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ໃຫ້ເຂັ້ມງວດ ແລະ ເປັນປົກກະຕິ.
5. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄະນະພັກແຕ່ລະຂັ້ນ ຕ້ອງສະຫລຸບ ຖອນຖອດບົດຮຽນໃນແຕ່ລະໄລຍະເພື່ອລາຍງານໃຫ້ຄະນະພັກຂັ້ນເທິງ ໂດຍຜ່ານຄະນະຈັດຕັ້ງນະຄອນຫຼວງວຽງຈັນ ຮັບຊາບ ແລະ ໃຫ້ການຊີ້ນຳທັນເວລາ.

