ກວດພົບເຫັນສະມາຊິກພັກຜິດລະບຽບ ແລະ ຖືກປະຕິບັດວິໄນ

ກວດພົບເຫັນສະມາຊິກພັກຜິດລະບຽບ ແລະ ຖືກປະຕິບັດວິໄນ

ກອງປະຊຸມສະຫຼຸບການວຽກງານກວດກາ ທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຈັດຂຶ້ນວັນທີ 4 ເມສາ 2024 ຢູ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ  ໂດຍເປັນປະທານຂອງທ່ານ ວິລະສັກ ນາມມຸນຕີ ປະທານຄະນະກວດກາພັກ-ລັດນະຄອນຫຼວງວຽງຈັນ ມີທ່ານ ວັນໄຊ ຊົງຊານູ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ທ່ານຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນສະຫວ່າງ ຫິມປະພັນ ຮອງປະທານຄະນະກວດກາພັກ-ລັດ ນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບວຽກງານກວດກາແຕ່ລະດ້ານໃນ 1 ປີ ຜ່ານມາ ເປັນຕົ້ນ ວຽກງານຕິດຕາມກວດກາພັກ ປີ 2023 ໄດ້ກວດພົບເຫັນສະມາຊິກພັກຜິດລະບຽບ ແລະ ຖືກປະຕິບັດວິໄນ 58 ສະຫາຍ ຍິງ 5 ສະຫາຍ (ຂົງເຂດ ປກຊ  8 ສະຫາຍ ຍິງ 1 ສະຫາຍ ປກສ 9  ສະຫາຍ ຂັ້ນເມືອງ 41 ສະຫາຍ ຍິງ 4 ສະຫາຍ) ໃນນີ້ຕິຕຽນຜິດລະບຽບ 1 ສະຫາຍ ກ່າວເຕືອນ 2 ສະຫາຍ ປົດຕຳແໜ່ງ 1 ສະຫາຍ ໂຈະຮ່ວມຊິວິດພັກ 1 ສະຫາຍ ລຶບຊື່ອອກຈາກພັກ 16 ສະຫາຍ ຍິງ 2 ສະຫາຍ ເອົາອອກຈາກພັກ 37 ສະຫາຍ ຍິງ 3 ສະຫາຍ ໄດ້ຕິດຕາມກວດກາຄືນການຈັດຕັັ້ງປະຕິບັດໂຄງການລົງທຶນຂອງລັດແຕ່ປີ 2022 ຜ່ານມາ ມີ 558 ໂຄງການ ລວມມູນຄ່າ 81,38 ຕື້ກີບ ເປັນໂຄງການສືບຕໍ່ 225 ໂຄງການ ມູນຄ່າ 14,65 ຕື້ກີບ ໂຄງການສະເໜີໃໝ່ 38 ໂຄງການ ມູນຄ່າ 3,48 ຕື້ກີບ ໂຄງການ ODA ມີ 14 ໂຄງການ ມູນຄ່າ 2,2 ຕື້ກີບ ໂຄງການຊໍາລະໜີ້ 270 ໂຄງການ ມູນຄ່າ 25,19 ຕື້ກີບ ໂຄງການເປົ້າ ໝາຍສະເພາະ 8 ໂຄງການ ມູນຄ່າ 31 ຕື້ກີບ ແລະ ໂຄງການໄພພິບັດ 3 ໂຄງການ ມູນຄ່າ 4,85 ຕື້ກີບ ສໍາລັບການຕິດຕາມກວດກາຂັ້ນເມືອງມີ 231 ໂຄງການມູນຄ່າ 14,98 ຕື້ກີບ ຜ່ານການຕິດຕາມກວດກາຢູ່ 72 ເປົ້າໝາຍ ພົບເຫັນໂຄງການປະຕິບັດສຳລັດ 31 ໂຄງການ ມູນຄ່າ 77,741 ຕື້ກີບ ໂຄງການສືບຕໍ່ປະຕິບັດມີ 24 ໂຄງການ ມູນຄ່າ 165,66 ຕື້ກີບ ແລະ ໂຄງການຢຸດເຊົາມີ 16 ໂຄງການ ມູນຄ່າ 89,64 ຕື້ກີບ.

ກອງປະຊຸມຄັ້ງນີ້ຍັງໄດ້ກຳນົດທິດທາງແຜນວຽກຈຸດສຸມແຕ່ລະດ້ານໃນປີ 2024 ຮັບຟັງການເຜີຍແຜ່ຄໍາແນະນໍາ ຂອງອົງການກວດກາແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ ຄໍາສັ່ງ ແນະນໍາ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມ ທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ເຜີຍແຜ່ຄໍາແນະນຳ ຂອງຄະນະກວດກາສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະ  ໄໝ ກອງປະຊຸມ 3 ຂັ້ນ ຂອງພັກ ພ້ອມທັງຮັບຟັງຄໍາເຫັນຊີ້ນໍາ ແລະ ໂອ້ລົມຈາກການນໍາຂັ້ນເທິງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa