ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IV ແລະ ເປີດທິດສະດີການເມືອງຂັ້ນຕົ້ນ ຊຸດທີ V

ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IV ແລະ ເປີດທິດສະດີການເມືອງຂັ້ນຕົ້ນ ຊຸດທີ V

       ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IV ແລະ ເປີດທິດສະດີການເມືອງຂັ້ນຕົ້ນ ຊຸດທີ V ຢູ່ທີ່ໂຮງຮຽນການ ເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງບັນສະຫາຍຕາງໜ້າຈາກຂັ້ນສູນກາງ, ຕາງໜ້າຫົວໜ້າພະແນກການ-ອົງການທຽບເທົ່າຂັ້ນ ນະຄອນຫຼວງວຽງຈັນ.

   
     
     ໃນພິທີດັ່ງກ່າວນີ້ ສະຫາຍ ພວນສະຫວັນ ອອນລັດບຸນມີ ວ່າການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບຊຸດຮຽນໃນຄັ້ງນີ້ວ່າ: ໂດຍເປັນການສືບຕໍ່ຮ່ວມມື ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ທະນາຄານແຫ່ງ ສປປ ລາວ, ໄດ້ເປີດຮຽນມາແຕ່ວັນທີ 5 ທັນວາ 2023 ເຖິງວັນທີ 14 ມີນາ 2024 ຊຶ່ງມີຜູ້ເຂົ້າຮຽນ 46 ສະຫາຍ, ຍິງ 18 ສະຫາຍ, ພິເສດຊຸດຮຽນນີ້ ໄດ້ມີນັກສຶກສາທີ່ມາຈາກແຂວງໄຊສົມບູນ 5 ສະຫາຍ, ຍິງ 1 ສະຫາຍ, ເນື່ອງຈາກນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ ໄດ້ມີບົດບັນທຶກຮ່ວມໃນການກໍ່ສ້າງ-ບໍາລູງພະນັກງານ. ສະນັ້ນ, ຊຸດຮຽນນີ້ມີ ນັກສຶກສາທັງໝົດ 51 ສະຫາຍ, ຍິງ 19 ສະຫາຍ, ຊຶ່ງມີສະມາຊິກພັກສົມບູນ 26 ສະຫາຍ, ຍິງ 9 ສະຫາຍ; ສໍາຮອງ 21 ສະຫາຍ, ຍິງ 9 ສະຫາຍ ແລະ ມະຫາຊົນກ້າວໜ້າ 4 ສະຫາຍ, ຍິງ 1 ສະຫາຍ ແລະ ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ໄດ້ຄະນະແນນດີ ແລະ ນັກສຶກສາທີ່ໄດ້ປະກອບສ່ວນດ້ານຕ່າງໆ ໃຫ້ແກ່ໂຮງຮຽນ. ພ້ອມດຽວກັນນີ້ ກໍໄດ້ເປີດຊຸດຮຽນ ຂັ້ນຕົ້ນ ຮຸ່ນທີ V ເລີ່ມຮຽນວັນທີ 26 ມີນາ 2024 ຊຶ່ງມີຜູ້ເຂົ້າຮຽນ ທັງໝົດ 61 ສະຫາຍ, ຍິງ 16 ສະຫາຍ, ຊຶ່ງໃນນີ້ມີສະມາຊິກພັກສົມບູນ 57 ສະຫາຍ, ຍິງ 16 ສະຫາຍ; ມະຫາຊົນ 4 ສະຫາຍ, ພະສົງ 2 ອົງ.
      ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄວາມເຫັນໂອ້ລົມໃນຄັ້ງນີ້ ເພື່ອເປັນການກໍ່ສ້າງ ແລະ ບໍາລຸງໃຫ້ສະມາຊິກພັກ, ພະນັກງານ ໃຫ້ມີປະສິດທິຜົນ ແລະ ເພື່ອເຮັດສໍາເລັດໜ້າທີ່ອັນມີກຽດນັ້ນ ຄູ-ອາຈານ, ພະນັກງານ ຕ້ອງໄດ້ຍົກສູງຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມອຸ່ນອ່ຽນ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ຂອງພັກ ເອົາໃຈໃສ່ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ຜັນຂະຫຍາຍທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກ, ແນວຄິດໄກສອນ ພົມວິຫານ ຢ່າງເລິກເຊິ່ງ ເຂົ້າໃຈເນື້ອການຮຽນ-ການສອນ ຢ່າງເປັນລະບົບ, ມີວິທະຍາສາດ ທີ່ສອດຄ່ອງກັບສະພາບຕົວຈິງ ຄູ-ອາຈານ ແຕ່ລະສະຫາຍຕ້ອງໄດ້ມີຄວາມບຸກບືນພັດທະນາຄວາມຮູ້, ຄວາມສາມາດ ຂອງຕົນ ເຮັດໜ້າທີ່ວິຊາສະເພາະກໍຄື: ການສິດສອນໃຫ້ຖືກຕ້ອງຕາມຫຼັກສູດ, ກໍາແໜ້ນຈຸດປະສົງ, ບັນດາຫຼັກມູນ, ບັນດາກົດເກນ, ທິດນໍາຫຼັກການ ແລະ ວິທີການຮຽນ-ການສອນ, ການສົ່ງຄວາມຮູ້ໃຫ້ນັກສຶກສາມີການພັດທະນາດີຂຶ້ນ, ມີຄວາມກະຕືລືລົ້ນພັດທະນາການສົ່ງຄວາມຮູ້ ດ້ວຍຫຼາຍຮູບແບບສອດຄ່ອງກັບການສິດສອນແບບໃໝ່ ໃຫ້ຖືເອົາຜູ້ຮຽນເປັນໃຈກາງ ສົມທົບກັບການສິດສອນແບບເກົ່າ ທີ່ມີລັກສະນະຕັ້ງໜ້າ ມີການສົມທຽບ ລະຫວ່າງ ທິດສະດີກັບພຶດຕິກໍາຕົວຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa