ການເງິນນະຄອນຫຼວງ ປະຕິບັດລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ

ການເງິນນະຄອນຫຼວງ ປະຕິບັດລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ

ກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງນະຄອນ ຫຼວງວຽງຈັນ ຈັດຂຶ້ນວັນທີ 9 ເມສາ 2024 ຢູ່ສຳນັກງານປົກຄອງນວ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ ຜູ້ຕາງໜ້າຈາກບັນດາ ພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງສາລີ ອິນທະພົມ ໄດ້ສະຫຼຸບລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງ ນວ ໃນແຕ່ລະດ້ານເປັນຕົ້ນວຽກງານຈັດເກັບລາຍຮັບເຂົ້າງົບປະມານ ເຊິ່ງແຜນການປີ 2023 ພະແນກການເງິນມີແຜນຈັດເກັບລາຍຮັບທັງໝົດ 5.815,88 ຕື້ກີບ (ແຜນເບື້ອງຕົ້ນ 5.788,31 ຕື້ກີບ ໄດ້ຮັບແຜນການດັດສະເລ່ຍລາຍຮັບພູດທ້ອງຖີ່ນ ນວ ເພີ່ມຂຶ້ນ 27,57 ຕື້ກີບ ໃນນີ້ ແຜນລາຍຮັບສ່ວຍສາອາກອນວິຊາການ ເພີ່ມຂຶ້ນ 22,45 ຕື້ກີບ ແລະ ແຜນລາຍຮັບຄຸ້ມຄອງຊັບສິນຂອງລັດ ເພີ່ມຂຶ້ນ 5,12 ຕື້ກີບ ຜ່ານການປະຕິບັດຕົວຈິງແຕ່ຕົ້ນປີຫາວັນທີ 31 ທັນວາ 2023 ສາມາດປະຕິບັດໄດ້ 7.936,88 ຕື້ກີບ ເທົ່າກັບ 136,47% ຂອງແຜນການປີ ເປັນເງິນລື່ນແຜນ 2.121,01 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາລື່ນ 2.335,57 ຕື້ກີບ ເທົ່າກັບ 41,70% ໃນນີ້ລາຍຮັບພູດສູນກາງ (ພາສີ) ແຜນການປີ 4.200 ຕື້ກີບ ປະຕິບັດໄດ້ 5.616,23 ຕື້ກີບ ເທົ່າກັບ 133,72% ຂອງແຜນການປີ ເປັນເງິນລື່ນແຜນ 1.416,23 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາລື່ນ 1.784,89 ຕື້ກີບ ເທົ່າກັບ 46,59% ພາສີ-ສ່ວຍສາອາກອນ  ແຜນການປີ 4.179,00 ຕື້ກີບ ປະຕິບັດໄດ້ 5.614,06 ຕື້ກີບ ເທົ່າກັບ 134,34% ຂອງແຜນການປີ ເປັນເງິນລື່ນແຜນ 1.435,06 ຕື້ກີບບໍ່ແມ່ນ ພາສີ-ສ່ວຍສາອາກອນ(ຄ່າປັບໄໝ) ແຜນການປີ 21 ຕື້ກີບ ປະຕິບັດໄດ້ 2,17 ຕື້ກີບ ເທົ່າກັບ 10,37% ຂອງແຜນການປີ ເປັນເງິນລຸດແຜນ 18,82 ຕື້ກີບ ລາຍຮັບພູດທ້ອງຖິ່ນ ແຜນການປີ 1.615,87 ຕື້ກີບ ປະຕິບັດໄດ້ 2.320,65 ຕື້ກີບ ເທົ່າກັບ 143,62% ຂອງແຜນການ ເປັນເງິນລື່ນ 704,77 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາລື່ນ 550,67 ຕື້ກີບ ລື່ນເທົ່າ ກັບ 31,11%.

ນອກນີ້ກອງປະຊຸມຍັງໄດ້ຮັບຟັງການສະເໜີທິດທາງແຜນວຽກຈຸດສຸມວຽກງານການເງິນ ປີ 2024 ຂອງ ນວ ຮັບຟັງການປະກອບຄຳເຫັນຈາກຂະແໜງການກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດວຽກງານການຂຸດຄົ້ນລາຍຮັບບົ່ມຊ້ອນ ແລະ ເປັນທ່າແຮງເກັບລາຍຮັບປີ 2022  ການແກ້ໄຂການຮົ່ວໄຫຼຂອງງົບປະມານດ້ວຍການນຳໃຊ້ເຄື່ອງມືທັນສະໄໝ ການຕ້ານ ແລະ ສະກັດກັ້ນການລັກລອບນຳເຂົ້າໜີພາສີ ການປະກອບຄຳເຫັນກ່ຽວກັບການຄຸ້ມຄອງລາຍຮັບດ້ວຍເຄື່ອງມືທັນສະໄໝ ຜ່ານລະບົບ RTIS ການປະຕິບັດລາຍຈ່າຍຜ່ານ GFIS ການຂະຫຍາຍຖານລາຍຮັບ ແລະ ການຫັນເປັນທັນສະໄໝເກັບລາຍຮັບ ຜ່ານລະບົບ TaxRIS ລວມທັງການຂະຫຍາຍຖານອາກອນມູນຄ່າເພີ່ມ ການເກັບລາຍຮັບຈາກຫົວໜ່ວຍຈຸນລະວິສາຫະກິດ-ຄ່າເຊົ່າ ແລະ ການຫັນເຂົ້າສູ່ລະບົບຫຼັກການຂອງລາຍຮັບຄ່າທຳນຽນ ແລະ ຄ່າບໍລິການ ພ້ອມນັ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳວຽກງານດັ່ງກ່າວ ຈາກທ່ານຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍສະເພາະການເພີ່ມທະວີຄວາມເອົາໃຈໃສ່ໃນການແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ ການຄຸ້ມຄອງ ແລະ ຫັນເປັນທັນສະໄໝເກັບລາຍຮັບໃຫ້ມີຜົນ ສຳເລັດ ແລະ ບັນລຸຕາມແຜນການທີ່ວາງໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa