ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ

ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ

     ໃນວັນທີ 11 ມີນາ 2024 ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ ນໍາໂດຍ ສະຫາຍ ດີ່ງ ຕຽນ ຢຸງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະ ຊຶ່ງທັງສອງຝ່າຍໄດ້ພົບປະ ຢູ່ທີ່ສໍານັກງານປົກຄອງ ນະຄອນຫຼວງວຽງຈັນ.

ໃນກອງປະຊຸມພົບປະແລກປ່ຽນ ສະຫາຍເລຂາຄະນະພັກ ນະຄອນຫຼວງວຽງຈັນ ໄດ້ຕີລາຄາສູງ ໃນໄລຍະຜ່ານມາ ຕໍ່ການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ທີ່ສອງນະຄອນພວກເຮົາ ໄດ້ລົງນາມຮ່ວມກັນ ໃນປີ 2022, ຫລາຍໜ້າວຽກແມ່ນມີຄວາມຄືບໜ້າດີ ເຊັ່ນ: ການໃຫ້ທຶນການສຶກສາແກ່ ນະຄອນ ຫຼວງວຽງຈັນ ຈຳນວນ 20 ທຶນ/ປີ ໃນສົກປີ 2023 ພວກເຮົາ ກໍ່ໄດ້ສຳເລັດໃນການສົ່ງພະນັກ ງານ ແລະ ນັກຮຽນໄປສຶກສາ ໃນສົກປີ 2023; ໄດ້ສຳເລັດໂຄງການກໍ່ສ້າງອາຄານຂອງພະແນກຍຸຕິທໍາ ແລະ ອົງ ການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ມູນຄ່າ 3 ລ້ານໂດລາສະຫະລັດ ໃນເດືອນ 12 ປີ 2023 ຜ່ານມານີ້ ແລະ ມື້ອື່ນນີ້ ພວກເຮົາ ກໍຈະໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການ ແຕ່ຂໍອະໄພນຳ ເນື່ອງຈາກສຳເລັດແຕ່ທ້າຍປີ ແລະ ອີງໃສ່ຄວາມຈຳເປັນຂອງ 2 ພາກສ່ວນ ໄດ້ເຂົ້າໄປເຄື່ອນໄຫວວຽກງານກ່ອນມີການມອບ-ຮັບທາງການ; ສໍາລັບການຮ່ວມມື ຂອງບັນດາພະແນກການກ່ຽວຂ້ອງ ຂອງສອງນະຄອນ ກໍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ລົງນາມຮ່ວມກັນ ເພື່ອສ້າງໂຄງການຮ່ວມມືລະອຽດ ໂດຍສະເພາະບັນດາໂຄງການຮ່ວມມື ຂອງບັນດາອົງການຈັດຕັ້ງການເມືອງ ແລະ ອົງການຈັດຕັ້ງມະຫາ ຊົນ ໄດ້ມີການແລກປ່ຽນ, ສະໜັບສະໜູນຊ່ວຍເຫຼືອກັນໃນດ້ານການຝຶກອົບຮົມແລກປ່ຽນຂໍ້ມູນຂ່າວສານ ເຊັ່ນ: ໂຮງຮຽນການເມືອງການປົກຄອງ, ສະຫະພັນກໍາມະບານ, ສະຫະພັນແມ່ຍິງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກສຶກສາທິການ ແລະ ກິລາ ແລະ ບັນດາເມືອງ ລວມມີ: ເມືອງຈັນທະບູລີ ແລະ ເມືອງຮ່ວນກຽມ, ເມືອງສີສັດຕະນາກ ແລະ ເມືອງເຕີຍໂຮ່.

ຄຽງຄູ່ກັບຜົນງານທີ່ພວກເຮົາຍາດມາໄດ້ນັ້ນ ກໍຍັງມີຫຼາຍໜ້າວຽກການຮ່ວມມື ທີ່ຍັງບໍ່ທັນແຂງແຮງ, ຊຶ່ງພວກເຮົາທັງສອງອົງຄະນະພັກ ຈະຕ້ອງໄດ້ຍູ້ແຮງການຈັດຕັ້ງປະຕິບັດຕື່ມ ເພື່ອໃຫ້ໝາກຜົນຂອງການຮ່ວມມື ຂອງ 2 ນະຄອນຫຼວງ ພວກເຮົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງສຸດ.

ການພົບປະໃນຄັ້ງນີ້ ທັງສອງນະຄອນຫຼວງ ຍັງມີຄໍາເຫັນ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ທັງນີ້ ນະຄອນຫຼວງວຽງຈັນ ຍັງມີຂໍ້ສະເໜີແລກປ່ຽນດັ່ງນີ້: ສະເໜີໃຫ້ມີການແລກປ່ຽນບົດຮຽນໃນການສ້າງການຫັນປ່ຽນໃໝ່ ໃນວຽກງານການກໍ່ສ້າງພັກ-ພະນັກງານ; ວຽກງານການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ຖ້າເປັນໄປໄດ້ສະເໜີຂໍໃຫ້ນະຄອນຫຼວງຮ່າໂນ້ຍ ຊ່ວຍຈັດຊຸດຝຶກອົບຮົມໄລຍະສັ້ນວຽກງານກວດກາ ໃຫ້ແກ່ພະນັກງານກວດກາ ຂອງນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa