ນະຄອນຫຼວງ ປະກາດພະນັກງານການນໍາ ຮັບອຸດໜູນບໍານານ

ນະຄອນຫຼວງ ປະກາດພະນັກງານການນໍາ ຮັບອຸດໜູນບໍານານ

ພິທີປະກາດພະນັກງານການນໍານະຄອນຫຼວງວຽງຈັນ  ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຮອງເລຂາຄະນະພັກ ຮອງເຈົ້າຄອງ ແລະ ຄະນະປະຈໍາພັກ ນວ ຈັດຂຶ້ນວັນທີ 16 ກຸມພາ 2024 ຢູ່ຫ້ອງວ່າການປົກ ຄອງ ນວ ໂດຍມີສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາ ທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຮອງເລຂາຄະນະພັກ ກໍາມະການປະຈໍາພັກ ກໍາມະ ການພັກ ນວ ຄະນະປະຈໍາສະພາປະຊາຊົນ ນວ ກອງບັນຊາການ ປກຊ-ປກສ ນວ ສານປະຊາຊົນ ນວ ສານປະຊາ ຊົນພາກກາງ ອົງການໄອຍະການປະຊາຊົນພາກກາງ ອົງການກວດສອບປະຈໍາພາກກາງ

 

ພະແນກ ຫ້ອງການ ແລະ ອົງການທຽບເທົ່າ ເຂົ້າຮ່ວມ. ການປະກາດການຈັດຕັ້ງຄັ້ງນີ້ ແມ່ນປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມ ສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ມະຕິຕົກລົງຂອງຄະນະເລ ຂາທິການສູນກາງພັກ ສະບັບເລກທີ 02 03/ຄລສພ ລົງວັນທີ 5 ມັງກອນ 2024 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ໃນນີ້ໄດ້ອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິ ຫານງານພັກ ນວ ແລະ ສະຫາຍ ພູຂົງ ບັນນະວົງ ກໍາມະ ການປະຈໍາພັກ ຮອງເຈົ້າຄອງ ນວ ອອກພັກການ-ຮັບອຸດໜູນບໍານານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04 05 06/ຄລສພ ລົງວັນທີ 5 ມັງ ກອນ 2024 ວ່າດ້ວຍການແຕ່ງຕັ້ງພະນັກງານ ໃນນີ້ໄດ້ຕົກ ລົງບົ່ງຕົວແຕ່ງຕັ້ງສະຫາຍ ຊົງເລົາ ຢົງນູ ເປັນຮອງເລຂາຄະ ນະພັກ ນວ ສະຫາຍ ໂພຄໍາ ໄຊຍະສອນ ແລະ ສະຫາຍ ຄໍາມາ ແສງມີໄຊ ເປັນກໍາມະການປະຈໍາພັກ ນວ ນອກນີ້ຍັງໄດ້ຮັບຟັງຂໍ້ຕົກລົງ ສະບັບເລກທີ 98/ຈນວ ລົງວັນທີ 30 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າຄອງ ນວ ເຊິ່ງໄດ້ຕົກລົງແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ເປັນຮອງເຈົ້າຄອງ ນວ. ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຈາກສະຫາຍ ອານຸພາບ ຕຸນາລົມ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa