ພິທີເປີດການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ

ພິທີເປີດການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ

        ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ໃນວັນທີ 14 ມີນາ 2024 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານ ນາງ ຄໍາສະໄຫວ ພຸດທະວັງ ປະທານບໍລິສັດເອສ໌ພີການຄ້າລາວຈີນ ຈໍາກັດ ແລະ ຕາງໜ້າຈາກພາກສ່ວນຕ່າງໆ ເຂົ້າຮ່ວມ ຢູ່ທີ່ສໍານັກງານ ບໍລິສັດເອັກພີ ການຄ້າລາວ-ຈີນ ຈໍາກັດ ຢູ່ບ້ານ ໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

     
        ທ່ານ ວັນມະນີ ພິມມະສານ ໄດ້ລາຍງານກ່ຽວກັບເຄື່ອງໝາຍການຄ້າ (ໂລໂກ້) ຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ຊຶ່ງແມ່ນໄດ້ລິເລີ່ມຕັ້ງແຕ່ ເດືອນທັນວາ ປີ 2019 ເປັນຕົ້ນມາ ໂດຍຜັນຂະຫຍາຍປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໂດຍປະຕິບັດຕາມທິດທາງ ແລະ ແຜນການທີ່ວາງໄວ້ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ສົມທົບກັບພາກສ່ວທີ່ກ່ຽວຂ້ອງ ແລະ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບສ້າງມາດຕະຖານ ໃນການຕິດໂລໂກ້ຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ສະບັບເລກທີ169/ອຄ.ນວ, ລົງວັນທີ19 ຕຸລາ 2020 ແລະ ສະບັບປັບປຸງໃໝ່ ເລກທີ 1726/ອຄ.ນວ, ລົງວັນທີ 23 ພະຈິກ 2021 ໂດຍປະກອບມີ: ກົມຊັບສິນທາງປັນຍາ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ), ຫ້ອງວ່າການນະຄອນຫຼວງວຽງຈັນ, ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ລັດວິສາຫະກິດສະບຽງອາຫານ ແລະ ບໍລິສັດເອສ໌ພີການຄ້າລາວ-ຈີນ. ພ້ອມທັງໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ ເພື່ອສ້າງຮູບແບບເຄື່ອງໝາຍ (ໂລໂກ້), ກໍານົດມາດຕະຖານ ແລະ ເງື່ອນໄຂຕ່າງໆ. ມາຮອດປັດຈຸບັນ ຈຶ່ງສາມາດສ້າງ ແລະ ສໍາເລັດກາໝາຍໂລໂກ້ ໂດຍມີຄວາມໝາຍດັ່ງນີ້: ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນະ ຄອນຫຼວງວຽງຈັນ ແມ່ນສັນຍາລັກໜຶ່ງທີ່ຢັ້ງຢືນຜະລິດຕະພັນ ນະຄອນຫຼວງວຽງຈັນ ທີ່ໄດ້ຜ່ານການຮັບຮອງມາດຕະຖານຂະບວນການຜະລິດ ແລະ ຂະບວນການປຸງແຕ່ງທີ່ມີຄຸນນະພາບປອດໄພ ຖືກຫຼັກສຸຂານາໄມ ຈາກຂະແໜງການທີ່ກ່ຽວຂ້ອງ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການບໍລິໂພກ; ການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ແນໃສ່ການຊຸກຍູ້ສົ່ງເສີມ ແລະ ພັດທະນາຂະບວນການຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ; ແຂ່ງຂັນທາງດ້ານການຄ້າ ພ້ອມທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ; ຮູບແບບເຄື່ອງໝາຍການຄ້າ (ໂລໂກ້) ຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ມີ 02 ແບບ ຄື: ແບບທີ 1 ຕິດໃສ່ຜະລິດຕະພັນຊີ້ນງົວລາດພື້ນເມືອງ ແລະ ແບບທີ 2 ຕິດໃສ່ຜະລິດຕະພັນລູກປະສົມ.
ໃນພິທີດັ່ງກ່າວ ຜູ້ເຂົ້າຮ່ວມພິທີຍັງໄດ້ຢ້ຽມຊົມຜະລິດຕະພັນຊີ້ນງົວ ນະຄອນຫຼວງວຽງຈັນ ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa