ຄະນະຈັດຕັ້ງ ນວ ສະຫຼຸບວຽກງານປະຈໍາປີ 2023

ຄະນະຈັດຕັ້ງ ນວ ສະຫຼຸບວຽກງານປະຈໍາປີ 2023.

       ໃນວັນທີ 16 ກຸມພາ 2023 ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວນະຄອນຫຼວງວຽງຈັນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ພາຍໃຕ້ການເປັນປະທ່ານຂອງສະຫາຍ ບຸນໜາ ຜາທຸມມະວົງ ກໍາມະການປະຈໍາພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງບັນດາສະຫາຍເລຂາພັກເມືອງ 9 ເມືອງ, ບັນດາສະຫາຍຫົວໜ້າພະແນກການ-ອົງການທຽບເທົ່າຂັ້ນ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຈັດຕັ້ງເມືອງ 9 ເມືອງ, ຫົວໜ້າຫ້ອງການເມືອງ 2 ກອງບັນຊາການ ແລະ ພະນັກງານຫຼັກ ແຫຼ່ງ ເຂົ້າຮ່ວມ.

   
      ທ່ານ ດາວັນ ທົນນະວົງສາ ຮອງຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວນະຄອນຫຼວງວຽງຈັນ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ດັ່ງນີ້: ຄະນະພັກຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກ ໂດຍໄດ້ສຸມໃສ່ການສ້າງແຜນການ, ຕິດຕາມຊຸກຍູ້ບັນດາໜ່ວຍພັກ ແລະ ປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນປົກກະຕິ ໃນປີ 2023 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 1.187 ໜ່ວຍພັກ; ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 1.023 ໜ່ວຍພັກ ເທົ່າກັບ 84,69%, ໜ່ວຍພັກທີ່ບໍ່ໄດ້ຕີລາຄາແບ່ງປະເພດ ຈໍານວນ 17 ໜ່ວຍພັກ ເທົ່າກັບ 1.41% ໜ່ວຍພັກ, ອ່ອນ ມີ 10 ໜ່ວຍພັກ ເທົ່າກັບ 0.83%.
       ການຂະຫຍາຍພັກ ໂດຍລວມແລ້ວ ໄດ້ດໍາເນີນຖືກຕ້ອງຕາມລະບຽບພັກ, ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 064 ແລະ ຄໍາແນະນໍາ 102 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບວຽກງານຂະຫຍາຍພັກ ຕິດພັນກັບວຽກງານປ້ອງກັນພັກ; ໃນນີ້, ການຂະຫຍາຍພັກ ເຮັດໃຫ້ສະມາຊິກພັກເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ ເປັນການເພີ່ມກໍາລັງແຮງຂອງພັກ ຢູ່ໃນທຸກຂົງເຂດວຽກງານ ນັບແຕ່ຮາກຖານຂຶ້ນມາ ຊຶ່ງສະແດງອອກໃນປີ 2023 ທົ່ວນະຄອນຫຼວງວຽງຈັນ ມີສະມາຊິກພັກທັງໝົດ 25.653 ສະຫາຍ, ຍິງ 8.454 ສະຫາຍ; (ທຽບໃສ່ປີ 2022 ເພີ່ມຂຶ້ນ 1.723 ສະຫາຍ, ຍິງ 1.364 ສະຫາຍ). ໃນນັ້ນ ເປັນສະມາຊິກສົມບູນ 24.289 ສະຫາຍ, ຍິງ 7.905 ສະຫາຍ, ສະມາຊິກສໍາຮອງ 1.364 ສະຫາຍ, ຍິງ 549 ສະຫາຍ; ໃນປີ 2023 ໄດ້ຕີລາແບ່ງປະເພດສະມາຊິກພັກ ດັ່ງນີ້: ປະເພດແຂງ ມີ 18.089 ສະຫາຍ, ຍິງ 6.368 ສະຫາຍ ເທົ່າກັບ 74.47%; ປະເພດກາງ ມີ 1.890 ສະຫາຍ, ຍິງ 325 ສະຫາຍ ເທົ່າກັບ 7.78%; ປະເພດອ່ອນ 27 ສະຫາຍ, ຍິງ 7 ສະຫາຍ ເທົ່າກັບ 0.11%; ບໍ່ໄດ້ຈັດປະເພດ 5.624 ສະຫາຍ, ຍິງ 1.763 ສະຫາຍ ເທົ່າກັບ 23.15%; ສະມາຊິກພັກເສຍທາດ 23 ສະຫາຍ, ຍິງ 01 ສະຫາຍ ເທົ່າກັບ 0.09% ແລະ ສະເໜີຫາຄະນະຈັດຕັ້ງສູນກາງພັກການອອກບັດ-ມອບບັດ ໃຫ້ສະມາຊິກພັກ ຈໍານວນ 1.089 ສະຫາຍ, ຍິງ ຈໍານວນ 368 ສະຫາຍ. ສັງລວມແລ້ວ ໃນໄລຍະ 01 ປີ ຜ່ານມາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານການນໍາພາ ແລະ ວິທີເຮັດວຽກແມ່ນດໍາເນີນໄປຕາມທິດນໍາ, ຫຼັກການ ເຮັດໃຫ້ການ ຈັດຕັ້ງມີຄວາມເຕີບໃຫຍ່ຂະຫຍາຍຕົວ, ໜັກແໜ້ນ, ເຂັ້ມແຂງ ເສີມຂະຫຍາຍໄດ້ມີບົດບາດເປັນແກນນໍາ ໃນລະບົບການເມືອງຢູ່ແຕ່ລະຂັ້ນ. ທິດທາງແຜນການໃນຕໍ່ໜ້າ ຄະນະພັກແຕ່ລະຂັ້ນ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັ້ດຕັ້ງທົ່ວປະເທດ ຄັ້ງທີ XI ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໃນໄລຍະທ້າຍສະໄໝ ໃຫ້ມີຜົນສໍາເລັດຕາມລະດັບຄາກໝາຍທີ່ວາງໄວ້. ສຸມໃສ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ສືບຕໍ່ປັບປຸງ-ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານອື່ນໆ ພ້ອມທັງເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ.
      ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນຢ່າງເລິກເຊິ່ງຕໍ່ກັບເນື້ອໃນ ນິຕິກໍາຕ່າງໆຂອງກົມການເມືອງສູນກາງພັກ ພ້ອມທັງໃຫ້ເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດ ຂອງສະ ມາຊິກພັກ-ພະນັັກງານ ທີ່ຢູ່ໃນຂົງເຂດຂອງຕົນຮັບຜິດຊອບ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການນໍາພາຂອງພັກ ພ້ອມທັງໃຫ້ເອົາໃຈໃສ່ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ໃຫ້ມີຜົນສໍາເລັດ ແລະ ຖືກຕ້ອງສອດຄ່ອງກັບລະບຽບການທີ່ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa