ພິທີມອບ-ຮັບ ຫົວໜ້າໂຄສະນາອົບຮົມ ນວຜູ້ເກົ່າ ແລະ ວ່າການຫົວໜ້າໂຄສະນາອົບຮົມ ນວຜູ້ໃໝ່

ພິທີມອບ-ຮັບ ຫົວໜ້າໂຄສະນາອົບຮົມ ນວຜູ້ເກົ່າ ແລະ ວ່າການຫົວໜ້າໂຄສະນາອົບຮົມ ນວຜູ້ໃໝ່

ພິທີມອບ-ຮັບ ໜ້າທີ ລະຫວ່າງ ສະຫາຍ ຊົງເລົາ ຢົງນູ່ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູເກົ່າ ແລະ ສະຫາຍ ສະເດັດດາ ສີອຳພອນ ເປັນວ່າການແທນ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ໃໝ່  ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 14 ກຸມພາ 2024 ຢູ່ທີ່ຫ້ອງວ່າການ ນວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ມີຄະນະປະຈຳພັກ ຄະນະພັກ ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ຊົງເລົາ ຢົງນູ່ ໄດ້ຂຶ້ນຜ່ານບົດລາຍງານໃນການນຳພາການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ນໍາພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ ຕິດພັນກັບມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໄປຕາມທິດຫັນປ່ຽນໃໝ່ໄປໃນທິດທາງດຽວກັນແຕ່ເທິງລົງລຸ່ມ ໄດ້ນໍາພາ ຈັດຕັ້ງການສໍາມະນາ ກ່ຽວກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິ XI ຕິດພັນກັບມະຕິ VII ຂອງອົງຄະນະພັກນະຄອນຫຼວງ ລົງສູ່ທຸກຂົງເຂດວຽກງານ ແລະ ຮາກຖານ ໃຫ້ບັນດາຮາກ ຖານພັກພະແນກການ-ອົງການທຽບເທົ່າພະແນກ ແລະ ເມືອງ ໄດ້ດໍາເນີນການປະເມີນ ຄວາມຮັບຮູ້ເຂົ້າໃຈ ແລະ ຄວາມຮັບຜິດຊອບ ຂອງບັນດາສະຫາຍເລຂາຄະນະພັກຮາກຖານ ພະແນກການ ແລະ ເມືອງ ປະຈໍາປີ 2021, 2022 ແລະ 2023; ຈັດຕັ້ງເຊື່ອມຊຶມ ແລະ ອອກແຈ້ງການໃນການຜັນຂະຫຍາຍມະຕິຄົບຄະນະຂອງສູນກາງພັກ ແລະ ຂອງຄະນະບໍລິ ຫານງານພັກແຕ່ລະໄລຍະລົງສູ່ຮາກຖານຢ່າງຄົບຖ້ວນ; ໄດ້ນໍາພາສ້າງນິຕິກໍາຜັນຂະຫຍາຍ ມະຕິຂອງພັກເປັນອັນສະເພາະໄດ້ຈໍານວນໜຶ່ງ, ເອກະສານມະຕິ VII ຂອງອົງຄະນະພັກ ນະ ຄອນຫຼວງວຽງຈັນ, ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຕິດພັນ ກັບມະຕິ VII ເພື່ອເຜີຍແຜ່ເຊື່ອມຊຶມ ໄດ້ນໍາພາຄົ້ນຄວ້າປັບປຸງເນື້ອໃນເອກະສານ ວັນສໍາຄັນທາງປະຫວັດ ສາດຂອງພັກ ແລະ ຂອງຊາດ ໃນແຕ່ລະໄລຍະໃຫ້ຕິດພັນກັບຜົນງານ ແລະ ໝາກຜົນຂອງການນໍາພາຂອງພັກ ໃນແຕ່ລະໄລຍະ ພົ້ນເດັ່ນແມ່ນວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ; ອອກແຈ້ງການລົງໄປໃຫ້ບັນດາຮາກຖານພັກພະແນກການ ແລະ ເມືອງ ເພື່ອຈັດຕັ້ງປະຕິບັດຕິດພັນກັບການລົງຊຸກຍູ້ ແລະ ຕິດຕາມໃຫ້ເປັນຂະບວນຟົດຟື້ນ ແລະ ທົ່ວເຖິງລົງສູ່ຮາກຖານສະມາຊິກພັກ, ພະນັກງານ-ລັດຖະກອນຕະຫຼອດຮອດພໍ່ແມ່ປະ ຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ຢ່າງເປັນປົກກະຕິ ອັນໄດ້ສ້າງສະຕິຊາດ, ຄວາມເຊື່ອໝັ້ນ ແລະ ຄວາມເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກວາງອອກ ໃນແຕ່ລະໄລຍະໄດ້ດີພໍສົມຄວນ ໄດ້ສືບຕໍ່ນໍາພາການຜະລິດ ວາລະສານນະຄອນຫລວງ ໄປ ຕາມສາລະບານວາລະສານນະຄອນຫລວງ ທີ່ໄດ້ກໍານົດ ສາມາດຜະລິດໄດ້ທັງໝົດ 8 ສະບັບ ນອກຈາກນີ້ຍັງມີ Web side ແລະ Page ຂອງຄະນະໂຄສະນາອົບຮົມ ນະຄອນ ຫຼວງວຽງຈັນ ເພື່ອປ້ອນຂໍ້ມູນການເຄື່ອນໄຫວປົກກະຕິຂອງຄະນະນໍານະຄອນຫຼວງ, ພະແນກ ການ ແລະ ເມືອງໃຫ້ແກ່ສັງຄົມໄດ້ເຂົ້າໄປອ່ານຮັບຮູ້ຢ່າງເປັນປົກກະຕິດີພໍສົມຄວນ ໄດ້ນໍາພາ-ຊີ້ນໍາ ການສະຫຼຸບສັງລວມຂໍ້ມູນການນໍາພາ-ຊີ້ນໍາຂອງອົງຄະນະພັກໃນທົ່ວນະຄອນຫຼວງວຽງ ຈັນ ໄດ້ດໍາເນີນການຮຽນສະໜັບສະໜູນ ໃຫ້ແກ່ເປົ້າໝາຍທີ່ສະເໜີຂະຫຍາຍເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວທີ່ທາງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສົ່ງມາໃຫ້ໄດ້ຢ່າງຄົບຖ້ວນ ແລະ ທັນກັບສະພາບການ ແລະ ອື່ນໆ.

ໃນພິທີສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ມອບມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ນວ ເປັນວ່າການແທນ ຫົວໜ້າຄະນະໂຄສະນາອົບຮົມ ນວ ເຊິງມະຕິຕົກລົງແມ່ນມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ສ່ວນສະຫາຍ ຊົງເລົາ ຢົງນູ່ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ເກົ່າ ແມ່ນຍົກຍ້າຍ ໄປປະຈຳການຢູ່ ຫ້ອງວ່າການ ນວ ເພື່ອຮັບໜ້າທີ່ເປັນຮອງເລຂາຄະນະພັກບໍລິຫານງານພັກ ນວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa